ກົມໃຫຍ່ການເມືອງ:
ກວດກາການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຢູ່ກອງພົນນ້ອຍທະຫານພິເສດ 1
ກປ.ອອນໄລ - ວັນທີ 1 ມິຖຸນາ, ຄະນະກວດກາຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນຕີ ຈິ້ງວັນກວຽດ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ ໄດ້ລົງກວດກາກອງພົນນ້ອຍທະຫານ ພິເສດ 1, ເຫຼົ່າຮົບທະຫານພິເສດ ກ່ຽວກັບວຽກງານພັກ, ວຽກງານການເມືອງໃນ 6 ເດືອນຕົ້ນປີ 2023.
ກ່າວຄຳເຫັນສະຫຼຸບການກວດກາ, ທ່ານພົນຕີ ຈິ້ງວັນກວຽດ ໄດ້ຍ້ອງຍໍຊົມເຊີຍ ແລະຕີລາຄາສູງບັນດາຜົນງານເຊິ່ງກອງພົນນ້ອຍບັນລຸໄດ້ໃນໄລຍະຜ່ານມາ, ຮັກສາ, ເສີມຂະຫຍາຍ ແລະເສີມສ້າງມູນເຊື້ອ “ພິເສດ, ຍອດຢ້ຽມ, ພິລະອາດຫານ, ສະຫຼາດຫຼັກແຫຼມອົງອາດ, ຕໍ່ສູ້ຍາດເອົາໄຊຊະນະໃຫຍ່” ຂອງເຫຼົ່າຮົບທະຫານພິເສດ. ທ່ານພົນຕີ ຈິ້ງວັນກວຽດ ຮຽກຮ້ອງ ອົງຄະນະພັກ ແລະຜູ້ບັນຊາການກອງພົນນ້ອຍ ຄວນສືບຕໍ່ປະຕິບັດກົດລະບຽບປະຊາທິປະໄຕພື້ນຖານ, ສ້າງຄວາມສາມັກຄີ, ເປັນເອກະພາບ, ປະກອບສ່ວນຍົກສູງກຳລັງແຮງສັງລວມໃນການປະຕິບັດໜ້າທີ່. ເອົາໃຈໃສ່, ກໍາແໜ້ນ ແລະເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ, ພາລະກອນ, ນັກຮົບ.
    |
 |
ບັນຍາກາດທີ່ການກວດກາ. ພາບ: qdnd.vn |
ທ່ານພົນຕີ ຈິ້ງວັນກວຽດ ກໍ່ຮຽກຮ້ອງໃຫ້ບັນດາສະມາຊິກຄະນະກວດກາສັງລວມຮັບເອົາບັນດາຄຳເຫັນປະກອບ, ຂໍ້ສະເໜີຂອງກອງພົນນ້ອຍ, ເພື່ອເປັນພື້ນຖານໃນການຄົ້ນຄວ້າ, ເປັນເສນາທິການ ແລະສະເໜີຕໍ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໃນການແກ້ໄຂຄວາມຫຍຸ້ງຍາກທີ່ພວມວາງອອກຕໍ່ກອງພົນນ້ອຍເວົ້າສະເພາະ, ທົ່ວກອງທັບເວົ້າລວມ...
ໂດຍ: ທະນາພອນ