ກໍ່ສ້າງ ແລະທະວີຄູນຮູບແບບປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ
ກປ.ອອນໄລ - ວັນທີ 31 ພຶດສະພາ, ຄະນະປະຈໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ສົມທົບກັບຕໍາຫຼວດນະຄອນໂຮ່ຈີມິນ ຈັດຕັ້ງກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດໂຄງການສົມທົບກັນລະຫວ່າງຄະນະປະຈໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກັບບັນດາອົງການຈັດຕັ້ງສະມາຊິກ ແລະຕໍາຫຼວດນະຄອນ ໂຮ່ຈີມິນ ກ່ຽວກັບການ “ຍູ້ແຮງຂະບວນການທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດໃນສະພາບການໃໝ່” ຢູ່ບໍລິເວນນະຄອນໂຮ່ຈີມິນ ໄລຍະ 2013-2023.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຊວນຢຸຍ |
ຜ່ານການຜັນຂະຫຍາຍໂຄງການດັ່ງກ່າວ ເປັນເວລາ 10 ປີ, ຄະນະພັກ, ອໍານາດການປົກຄອງ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະບັນດາອົງການຈັດຕັ້ງສະມາຊິກ ໄດ້ປະຕິບັດຢ່າງເຂັ້ມງວດ ແລະມີປະສິດທິຜົນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທຸກຊັ້ນຄົນ, ສ້າງການປ່ຽນແປງໃນຄວາມຮັບຮູ້ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ; ເຊື່ອມຕໍ່ຂະບວນການທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດກັບບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຢ່າງມີປະສິດທິຜົນ; ກໍ່ສ້າງ ແລະທະວີຄູນຮູບແບບການປ້ອງກັນ, ຄຸ້ມຄອງດ້ວຍ ຕົນເອງກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນກໍ່ສ້າງເຂດຊຸມຊົນໃຫ້ນັບມື້ນັບມີຄວາມປອດໄພ ແລະປອດໃສ... ໃນໄລຍະຈະມາເຖິງ, ບັນດາອົງການທີ່ກ່ຽວຂ້ອງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ກໍາແໜ້ນສະພາບການ, ຍົກສູງຄຸນນະພາບວຽກງານເປັນເສນາທິການ; ຫັນບັນດາເນື້ອໃນ, ຮູບແບບ ແລະມາດຕະການເປັນຫຼາຍຮູບຫຼາຍແບບເພື່ອແນໃສ່ຍົກສູງຄຸນນະພາບ ແລະປະສິດທິຜົນຂອງຂະບວນການທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ...
ໂດຍ: ທູຈາງ