ຂະແໜງພະລາທິການກອງທັບ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື
ກປ.ອອນໄລ - ຕອນເຊົ້າວັນທີ 30 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານພົນຕີ ເຈິ່ນຢຸຍຢາງ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໄດ້ພົບປະສອງຝ່າຍກັບທ່ານພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ.
    |
 |
ພົນຕີ ເຈິ່ນຢຸຍຢາງ ແລະພົນຕີ ຄໍາເພັດ ສີຊານົນ. ພາບ: ຮວ່າງຫວູ. |
ທ່ານພົນຕີ ເຈິ່ນຢຸຍຢາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ. ນີ້ເປັນພື້ນຖານເພື່ອພັດທະນາການຮ່ວມມືອັນດີງາມ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກະຊວງປ້ອງກັນປະເທດ ແລະຂະແໜງພະລາທິການຂອງກອງທັບສອງປະເທດ.
    |
 |
ພົນຕີ ເຈິ່ນຢຸຍຢາງ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: ຮວ່າງຫວູ. |
    |
 |
ພົນຕີ ຄໍາເພັດ ສີຊານົນ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: ຮວ່າງຫວູ. |
ສ່ວນທ່ານພົນຕີ ຄໍາເພັດ ສີຊານົນ ກໍ່ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນ ລາວ ໄດ້ດໍາເນີນໄປໃນສະພາບການທີ່ສອງປະເທດ ຈັດຕັ້ງສໍາເລັດ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”; ທ່ານ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ຈະປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດລະຫວ່າງກົມໃຫຍ່ພະລາທິການກອງທັບປະຊາຊົນ ລາວ ແລະກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ, ເວົ້າລວມແມ່ນລະຫວ່າງກອງທັບ ປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ຮວ່າງຫວູ. |
ທີ່ການພົບປະ, ທ່ານພົນຕີ ເຈິ່ນຢຸຍຢາງ ແລະທ່ານພົນຕີ ຄໍາເພັດ ສີຊານົນ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບວຽກງານຮັບປະກັນພະລາທິການໃນກອງທັບຂອງແຕ່ລະປະເທດ. ຕາມນັ້ນແລ້ວ, ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າຜ່ານຜ່າຄວາມຫຍຸ້ງຍາກ, ໃນໄລຍະຜ່ານມາຂະແໜງພະລາທິການຂອງກອງທັບແຕ່ລະປະເທດ ໄດ້ຜັນຂະຫຍາຍໜ້າທີ່ວຽກງານຢ່າງຮອບດ້ານ, ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່ໄດ້ເປັນຢ່າງດີ.
    |
 |
ພົນຕີ ເຈິ່ນຢຸຍຢາງ, ພົນຕີ ຄໍາເພັດ ສີຊານົນ ພ້ອມດ້ວຍຄະນະ ຖ່າຍຮູບເປັນທີ່ລະນຶກ. ພາບ: ຮວ່າງຫວູ. |
ທ່ານພົນຕີ ເຈິ່ນຢຸຍຢາງ ແລະທ່ານພົນຕີ ຄໍາເພັດ ສີຊານົນ ຕີລາຄາວ່າ ກົມໃຫຍ່ພະລາທິການຂອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ພະລາທິການຂອງກອງທັບປະຊາຊົນ ລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຈັດຕັ້ງປະຕິບັດ, ເຮັດສໍາເລັດໜ້າທີ່, ເນື້ອໃນຂອງການຮ່ວມມືໄດ້ເປັນຢ່າງດີ, ໃນນັ້ນພົ້ນເດັ່ນແມ່ນ: ການແລກປ່ຽນຄະນະຜູ້ແທນ, ການຝຶກອົບຮົມ, ບໍາລຸງກໍ່ສ້າງ, ການເຂົ້າຮ່ວມຝຶກຊ້ອມກູ້ຊີບກູ້ໄພຮ່ວມກັນຄັ້ງທໍາອິດລະຫວ່າງກອງທັບສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ... ສອງຝ່າຍກໍເຫັນດີເປັນເອກະພາບນຳກັນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດ, ຜັນຂະຫຍາຍບັນດາໜ້າທີ່ຂອງການຮ່ວມມື ເຊິ່ງກະຊວງປ້ອງກັນປະເທດສອງປະເທດ ໄດ້ມອບໝາຍໃຫ້ສຳເລັດເປັນຢ່າງດີ; ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ ເພື່ອແນໃສ່ຍົກສູງຄຸນນະພາບຂອງວຽກງານຄຸ້ມຄອງ, ຊີ້ນໍາ, ກໍ່ສ້າງຂະແໜງພະລາທິການຂອງກອງທັບແຕ່ລະປະເທດ ໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ.
ໂດຍ: ໄຊຊະນະ