ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ວຽກງານກໍ່ສ້າງ ແລະປະຕິບັດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານ ຍາມໃດ ຄະນະພັກ, ກອງບັນຊາການແມ່ທັບນ້ອຍ 16 ກໍໄດ້ນໍາພາ, ຊີ້ນໍາຄະນະພັກ, ຄະນະບັນຊາທຸກຂັ້ນ ຊາບຊຶມ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ກໍ່ສ້າງແຜນການ ແລະຜັນຂະຫຍາຍຈັດຕັ້ງປະຕິບັດຢ່າງມີແບບມີແຜນ, ບັນລຸປະສິດທິຜົນຢ່າງແທດຈິງຢູ່ສະເໝີ...

leftcenterrightdel
ຄະນະກວດກາ ເຮັດວຽກກັບຄະນະພັກ, ກອງບັນຊາການແມ່ທັບນ້ອຍ 16. ພາບ: ຊວນເກື່ອງ.

ກ່າວຄໍາເຫັນສະຫຼຸບ, ທ່ານ ພົນຕີ ຫງວຽນວັນເກົ໊າ ຕີລາຄາວ່າ ຄະນະພັກ, ກອງບັນຊາການແມ່ທັບນ້ອຍ 16 ໄດ້ນໍາພາ, ຊີ້ນໍາການຊາບຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ຄໍາແນະນໍາຂອງຂັ້ນເທິງກ່ຽວກັບການກໍ່ສ້າງ ແລະປະຕິບັດລະບຽບການປະຊາທິປະໄຕ ຢູ່ຂັ້ນຮາກຖານ ຢ່າງເຂັ້ມງວດ. ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ໄດ້ປະຕິບັດຢ່າງມີປະຊາທິປະໄຕໃນການເຄື່ອນໄຫວນໍາພາເປັນຢ່າງດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ປະຕິບັດວຽກງານສຶກສາອົບຮົມການເມືອງແນວຄິດ ໄດ້ເປັນຢ່າງດີ. ຄະນະພັກ, ຄະນະບັນຊາທຸກຂັ້ນ ຍາມໃດກໍເອົາໃຈໃສ່, ນໍາພາ, ຊີ້ນໍາ ແລະສ້າງທຸກເງື່ອນໄຂໃຫ້ແກ່ບັນດາອົງການຈັດຕັ້ງມະຫາຊົນ ແລະສະພາພົນທະຫານເຄື່ອນໄຫວຖືກຕາມພາລະບົດບາດ, ໜ້າທີ່, ເສີມຂະຫຍາຍບົດບາດໃນການກໍ່ສ້າງ ແລະປະຕິບັດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານ ໃນແຕ່ລະອົງການ, ກົມກອງ ໄດ້ເປັນຢ່າງດີ.

ທ່ານ ພົນຕີ ຫງວຽນວັນເກົ໊າ ຮຽກຮ້ອງໃຫ້ຄະນະປະຈໍາຄະນະພັກ, ກອງບັນຊາການ ແມ່ທັບນ້ອຍ 16, ຄະນະຊີ້ນໍາການປະຕິບັດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານ ແມ່ທັບນ້ອຍ 16 ສືບຕໍ່ນໍາພາ, ຊີ້ນໍາຄະນະພັກທຸກຂັ້ນ ຊາບຊຶມມະຕິກອງປະຊຸມໃຫຍ່ຂອງຄະນະພັກທຸກຂັ້ນ, ຊີ້ນໍາອົງການທີ່ກ່ຽວຂ້ອງກວດກາຄືນ, ຄົ້ນຄວ້າ, ສະເໜີໃຫ້ມີການປັບປຸງ, ເພີ່ມເຕີມກົດລະບຽບການເຮັດວຽກ, ກົດລະບຽບການນໍາພາປະຕິບັດໜ້າວຽກຈຸດສຸມຂອງຄະນະພັກ ແມ່ທັບນ້ອຍ 16, ກົດລະບຽບເຮັດວຽກ, ແບ່ງໜ້າທີ່ຮັບຜິດຊອບຂອງຜູ້ບັນຊາ. ຊຸກຍູ້ການປະຕິຮູບບໍລິຫານຢ່າງແຂງແຮງ, ຫັນເປັນດີຈີຕອນ, ແກ້ໄຂການພົວພັນວຽກງານຂອງຄະນະພັກ, ເລຂາ ກັບຜູ້ບັນຊາທຸກຂັ້ນໃຫ້ເປັນຢ່າງດີ.  ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນ ແລະສະພາພົນທະຫານ ໃນການປະຕິບັດກົດລະບຽບຕິດຕາມກວດກາ, ຕີລາຄາ ແລະເຂົ້າຮ່ວມການກໍ່ສ້າງອົງການຈັດຕັ້ງພັກ, ການຈັດຕັ້ງບັນຊາ ໃຫ້ເປັນຢ່າງດີ. 

ໂດຍ: ໄຊຊະນະ