ທີ່ປຶກສາທູດການທະຫານບັນດາປະເທດ ປະຈຳ ຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງ ກວາງບິ່ງ
ກປ.ອອນໄລ - ວັນທີ 26 ພຶດສະພາ, ຄະນະຜູ້ແທນທີ່ປຶກສາທູດການທະຫານບັນດາປະເທດ ປະຈຳຫວຽດນາມ ນໍາໂດຍທ່ານພັນເອກ Eugene V.J. Dudley, ທີ່ປຶກສາທູດປ້ອງກັນຊາດ ສ ອາຟະລິກາໃຕ້ ປະຈໍາ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງ ກວາງບິ່ງ.
    |
 |
ຄະນະຜູ້ແທນທີ່ປຶກສາທູດການທະຫານບັນດາປະເທດ ປະຈຳ ຫວຽດນາມ ຢ້ຽມຢາມຫ້ອງມູນເຊຶ້ອຂອງກຳລັງປະກອບອາວຸດແຂວງ ກວາງບິ່ງ. ພາບ: ມິງຕູ໊ |
ທີ່ການເຮັດວຽກ, ການນຳກອງບັນຊາການທະຫານແຂວງ ກວາງບິ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນກ່ຽວກັບສະພາບການເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມຂອງແຂວງ; ມູນເຊື້ອ ແລະບັນດາຜົນງານດີເດັ່ນເຊິ່ງກຳລັງປະກອບອາວຸດແຂວງ ກວາງບິ່ງ ບັນລຸໄດ້ໃນໄລຍະຜ່ານມາ. ຕາງໜ້າຄະນະຜູ້ແທນທີ່ປຶກສາທູດການທະຫານບັນດາປະເທດ ປະຈຳ ຫວຽດນາມ ທ່ານພັນເອກ Eugene V.J. Dudley ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມຂອງພະນັກງານ, ນັກຮົບກອງບັນຊາການທະຫານແຂວງ; ບັນດາເນື້ອໃນທີ່ໄດ້ແລກປ່ຽນ ແລະແບ່ງປັນທີ່ການເຮັດວຽກໄດ້ຊ່ວຍໃຫ້ຄະນະປະຕິບັດງານເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບບົດບາດ, ພາລະໜ້າທີ່ ແລະໜ້າທີ່ຂອງກອງບັນຊາການທະຫານແຂວງ ກວາງບິ່ງ ໃນການເປັນເສນາທິການກັບຂັ້ນເທິງ ແລະທ້ອງຖິ່ນ, ການຈັດຕັ້ງປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ; ການຝຶກອົບຮົມ, ກຽມພ້ອມສູ້ຮົບ, ການຊອກຫາ ແລະກູ້ໄພ, ການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ;...
ໂດຍ: ທະນາພອນ