ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຟິລິບປີນ ຢ້ຽມຢາມກຳປັ່ນໝາຍເລກ 015-ເຈິ່ນຮຶງດ້າວ
ກປ.ອອນໄລ - ວັນທີ 15 ພຶດສະພາ, ທ່ານ ຮວ່າງຮຸຍຈູງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ຟິລິບປີນ ໄດ້ນຳໜ້າຄະນະຜູ້ແທນສະຖານທູດ ໄປຢ້ຽມຢາມພະນັກງານ, ລູກເຮືອກຳປັ່ນໝາຍເລກ 015-ເຈິ່ນຮຶງດ້າວ ພ້ອມກັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ທີ່ພວມປະຕິບັດໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດຢູ່ຟິລິບປີນ.
ທ່ານເອກອັກຄະລັດຖະທູດ ຮວ່າງຮຸຍຈູງ ສະແດງຄວາມພາກພູມໃຈທີ່ໄດ້ໄປຢ້ຽມຢາມ ກຳປັ່ນທັນສະໄໝໝາຍເລກ 015-ເຈິ່ນຮຶງດ້າວ, ໄດ້ເຫັນປະຈັກຕາການເຕີບໂຕ ແລະຂະຫຍາຍຕົວຂອງທະຫານເຮືອປະຊາຊົນຫວຽດນາມ. ທ່ານເອກອັກຄະລັດຖະທູດ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ “ຈາກນະຄອນຫຼວງມານີລາ ມານີ້, ພວກຂ້າພະເຈົ້າ ແລະບັນດາສະມາຊິກໃນຄະນະ ປະຕິບັດງານລ້ວນແຕ່ຕື້ນຕັນໃຈ ແລະດີໃຈທີ່ໄດ້ເຫັນທຸງຊາດປິວສະບັດຢູ່ກຳປັ່ນໝາຍເລກ 015-ເຈິ່ນຮຶງດ້າວ ຢູ່ຖານທັບທະຫານເຮືອ Subic”.
    |
 |
ການນຳຄະນະປະຕິບັດງານ, ພະນັກງານ, ນາຍທະຫານຢູ່ກຳປັ່ນ ຂ່ຳນັບຮັບຕ້ອນທ່ານເອກອັກຄະລັດຖະທູດ ຮວ່າງຮຸຍຈູງ. ພາບ: ໝີແຮ້ງ |
    |
 |
ທ່ານເອກອັກຄະລັດຖະທູດ ຮວ່າງຮຸຍຈູງ ແລກປ່ຽນກັບພະນັກງານ ແລະນາຍທະຫານຢູ່ ກຳປັ່ນ. ພາບ: ໝີແຮ້ງ |
ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ AFR ແລະ AMNEX-2 ແມ່ນບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດຂະໜາດໃຫຍ່ຂອງອາຊຽນ ໃນປີ 2023. ເລື່ອງຫວຽດນາມ ຈັດສົ່ງກຳປັ່ນທະຫານເຮືອ ພ້ອມກັບຄະນະປະຕິບັດງານມາເຂົ້າຮ່ວມບັນດາເຫດການນີ້ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບອາຊຽນ ເວົ້າລວມ ແລະຟິລິບປີນ ເວົ້າສະເພາະ; ເປັນການຢັ້ງຢືນເຖິງການສະໜັບສະໜູນ ຂອງຫວຽດນາມ ຕໍ່ກັບບັນດາເຫດການສາກົນໂດຍ ຟິລິບປີນ ຈັດຕັ້ງ.
    |
 |
ທ່ານພັນໂທ ມາງວຽນແທັງ, ກັບຕັນເຮືອກຳປັ່ນ 015-ເຈິ່ນຮຶງດ້າວ ແນະນຳກັບທ່ານເອກອັກຄະລັດຖະທູດ ກ່ຽວກັບການເຄື່ອນໄຫວ ແລະວັດຖຸອຸປະກອນ, ອາວຸດເຕັກນິກຢູ່ ກຳປັ່ນ. ພາບ: ໝີແຮ້ງ |
    |
 |
ທ່ານເອກອັກຄະລັດຖະທູດ ແລະບັນດາສະມາຊິກໃນຄະນະຖ່າຍຮູບກັບການນຳຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແລະການນຳ, ພະນັກງານກຳປັ່ນ. ພາບ: ໝີແຮ້ງ |
ທ່ານ ຮວ່າງຮຸຍຈູງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ມີການເຄື່ອນໄຫວຢ່າງແທດຈິງກວ່າອີກ, ໃນນັ້ນມີການເຄື່ອນໄຫວຢ້ຽມຢາມກຳປັ່ນ ໄດ້ສວມບົດບາດສຳຄັນ, ບໍ່ພຽງແຕ່ເປັນການເຂົ້າຮ່ວມໃນຂອບເຂດການເຄື່ອນໄຫວຫຼາຍຝ່າຍຂອງອາຊຽນ ເທົ່ານັ້ນ ຫາກຍັງຊຸກຍູ້ການຢ້ຽມຢາມກຳປັ່ນ ໃນຂອບເຂດສອງຝ່າຍກັບ ຟິລິບປີນ ອີກດ້ວຍ, ຜ່ານນັ້ນໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງພັກ ແລະລັດເຮົາ, ຫັນການພົວພັນຕ່າງປະເທດກັບປະເທດຕ່າງໆເປັນຫຼາຍຮູບແບບ, ຫຼາຍຝ່າຍ, ເປັນເພື່ອນມິດຂອງທຸກໆປະເທດ.
ໂດຍ: ແສງເດືອນ