ກໍາປັ່ນ 015-ເຈິ່ນຮືງດ້າວ ສັງກັດກອງພົນນ້ອຍ 162, ທະຫານເຮືອເຂດ 4 ພ້ອມດ້ວຍຄະນະປະຕິບັດງານໂດຍພັນເອກພິເສດ ຫງວຽນວັນເງິນ ຮອງຫົວໜ້າເສນາທິການທະຫານເຮືອເຂດ 4 ເປັນຫົວໜ້າຄະນະ ເຂົ້າຮ່ວມພິທີເດີນສວນສະໜາມ. ກອງກໍາປັ່ນເດີນສວນສະໜາມ ລວມມີກໍາປັ່ນທະຫານເຮືອຂອງບັນດາປະເທດອາຊຽນ: ຫວຽດນາມ, ສິງກະໂປ, ອິນໂດເນເຊຍ, ໄທ, ບຣູໄນ, ມາເລເຊຍ ແລະຟີລິບປິນ.

leftcenterrightdel
ຂໍ່ານັບກໍາປັ່ນ ຢູ່ກໍາປັ່ນ 015-ເຈິ່ນຮືງດ້າວ ທີ່ພິທີເດີນສວນສະໜາມ. ພາບ: ໝີ໊ແຫ້ງ

ກຳປັ່ນຍົກພົນຂຶ້ນບົກ LD602 ຂອງທະຫານເຮືອຟີລິບປິນ ທີ່ຂົນສົ່ງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ແລະຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ ເດີນສວນສະໜາມກໍາປັ່ນທະຫານເຮືອບັນດາປະເທດອາຊຽນ. ພາຍຫຼັງສິ້ນສຸດການເດີນສວນສະໜາມ, ກໍາປັ່ນ 015-ເຈິ່ນຮືງດ້າວ ໄດ້ເຂົ້າທຽບທ່າຖານທັບທະຫານເຮືອຂອງຟີລິບປິນ ກະກຽມເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ທ່າກຳປັ່ນ ແລະຝຶກຊ້ອມຢູ່ທະເລໃນຂອບເຂດການຝຶກຊ້ອມທະຫານເຮືອຫຼາຍຝ່າຍບັນດາປະເທດອາຊຽນ ຄັ້ງທີ 2 (AMNEX-2).

ໂດຍ: ໄຊນີດາ