ລັດຖະມົນຕີ ຟານວັນຢາງ ພົບປະກັບນາຍົກລັດຖະມົນຕີ ສ ເກົາຫຼີ
ກປ.ອອນໄລ - ຕອນເຊົ້າວັນທີ 29 ມີນາ, ທ່ານ Han Duck-soo ນາຍົກລັດຖະມົນຕີ ສ ເກົາຫຼີ ໄດ້ຕ້ອນຮັບທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພວມມີການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານ Lee Jong-sup ລັດຖະມົນຕີກະຊວງປ້ອງກັນປະເທດ ສ ເກົາຫຼີ.
ທ່ານພົນເອກ ຟານວັນຢາງ ຂອບໃຈທ່ານນາຍົກລັດຖະມົນຕີ Han Duck-soo ໄດ້ສະຫຼະເວລາຕ້ອນຮັບຄະນະ. ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ສົ່ງຄໍາຢ້ຽມຢາມຖາມຂ່າວຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຖິງທ່ານນາຍົກລັດຖະມົນຕີ Han Duck-soo.
ອວຍພອນທ່ານພົນເອກ ຟານວັນຢາງ ມາຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ ຄັ້ງທໍາອິດ ໃນນາມເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານນາຍົກລັດຖະມົນຕີ Han Duck-soo ຖືວ່າ ການຢ້ຽມຢາມມີຄວາມໝາຍພິເສດເມື່ອຫວຽດນາມ ແລະ ສ ເກົາຫຼີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນ ທັນວາ ປີ 2022).
    |
 |
ທ່ານພົນເອກ ຟານວັນຢາງ ພົບປະກັບທ່ານນາຍົກລັດຖະມົນຕີ ສ ເກົາຫຼີ Han Duck-soo. ພາບ: ງອກຫາ. |
ທ່ານ Han Duck-soo ເນັ້ນໜັກວ່າ ສ ເກົາຫຼີ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດໃນພາກພື້ນ; ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ ຄື ການທູດ, ເສດຖະກິດ...; ຫວັງວ່າ ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນມີອຸດສາຫະກໍາປ້ອງກັນຊາດ. ທ່ານ Han Duck-soo ກໍ່ສະເໜີລັດຖະບານຫວຽດນາມ ສະໜັບສະໜູນ ສ ເກົາຫຼີ ເປັນເຈົ້າພາບຈັດງານວາງສະແດງໂລກ Busan Expo 2030.
ກ່າວຄໍາເຫັນທີ່ການພົບປະ, ທ່ານ ຟານວັນຢາງ ແຈ້ງໃຫ້ທ່ານ Han Duck-soo ຊາບກ່ຽວກັບໝາກຜົນອັນດີງາມຂອງການພົບປະເຈລະຈາກັບທ່ານ Lee Jong-sup ລັດຖະມົນຕີກະຊວງປ້ອງກັນປະເທດ ສ ເກົາຫຼີ. ສອງຝ່າຍ ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ບັນດາມາດຕະການຍູ້ແຮງການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງກວ່າອີກໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ກ່ຽວກັບບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ລັດຖະບານ ແລະອົງການທີ່ກ່ຽວຂ້ອງຂອງ ສ ເກົາຫຼີ ເອົາໃຈໃສ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ນີ້ແມ່ນບັນຫາມະນຸດສະທໍາທີ່ລັດຖະບານ ແລະປະຊາຊົນຫວຽດນາມ ເອົາໃຈໃສ່ທີ່ສຸດ. ທ່ານພົນເອກ ຟານວັນຢາງ ກໍ່ປາດຖະໜາວ່າ ທ່ານ Han Duck-soo ສືບຕໍ່ເອົາໃຈໃສ່, ສະໜັບສະໜູນເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງກວ່າອີກ.
ໃນຂອບເຂດການຢ້ຽມຢາມ, ທ່ານພົນເອກ ຟານວັນຢາງ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Hanwha, ຢ້ຽມຢາມ ແລະໂອ້ລົມກັບພະນັກງານສະຖານທູດຫວຽດນາມ ປະຈໍາ ສ ເກົາຫຼີ.
ໂດຍ: ຈາງຫງວຽນ