ທ່ານພົນເອກ ຟານວັນຢາງ ອວຍພອນພິທີສະເຫຼີມສະຫຼອງວັນໄຊຊະນະ ໃນສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ; ຢັ້ງຢືນວ່າ ຈິດໃຈກ້າຫານບໍ່ຍອມຈໍານົນຂອງປະຊາຊົນໂຊວຽດ ໄດ້ກາຍເປັນແປວໄຟເຍືອງທາງ, ໃຫ້ກໍາລັງໃຈ ເພື່ອໃຫ້ປະຊາຊົນຫວຽດນາມ ຜ່ານຜ່າສິ່ງທ້າທາຍນາໆປະການ, ກ້າວໄປສູ່ໄຊຊະນະສຸດທ້າຍໃນສົງຄາມປົກປັກຮັກສາປະເທດຊາດ.

ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ດ້ວຍຈິດໃຈ “ກິນນໍ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ”, ປະຊາຊົນຫວຽດນາມ ຍາມໃດກໍ່ຈາລຶກບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍອັນໃຫຍ່ຫຼວງ ແລະສຸດຈິດສຸດໃຈຂອງບັນດາຊ່ຽວຊານໂຊຫວຽດ ແລະລັດເຊຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະສ້າງສາປະເທດຫວຽດນາມ ໃນປະຈຸບັນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Nikolai Kolesnik. ພາບ: ທູຈາງ

ສ່ວນທ່ານ Nikolai Kolesnik ຊົມເຊີຍຫວຽດນາມ ຈັດຕັ້ງສໍາເລັດພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 50 ປີ; ຂອບໃຈອາລົມຈິດຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ສະຫງວນໃຫ້ບັນດານັກຮົບເກົ່າລັດເຊຍ; ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມ ເພື່ອເພີ່ມພູນຄູນສ້າງ, ພັດທະນານໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ.

ໂດຍ: ໄຊຊະນະ