ລັດເຊຍ ມອບ-ຮັບກໍາປັ່ນຄົ້ນຄວ້າວິທະຍາສາດ “ສາດສະດາຈານ Gagarinsky” ໃຫ້ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 11 ພຶດສະພາ, ທີ່ນະຄອນ Vladivostok, ສະຫະພັນລັດເຊຍ ໄດ້ດໍາເນີນພິທີມອບ-ຮັບກໍາປັ່ນຄົ້ນຄວ້າວິທະຍາສາດ “ສາດສະດາຈານ Gagarinsky” ໂດຍລັດຖະບານສະຫະພັນລັດເຊຍ ອຸປະຖໍາໃຫ້ສູນເຂດຮ້ອນຫວຽດນາມ-ລັດເຊຍ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ປະທານອະນຸກຳມະການຫວຽດນາມ ເປັນປະທານຮ່ວມຄະນະກໍາມະການສົມທົບກັນລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະທ່ານ Mogilevskiy Konstantin Ilich, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະສຶກສາມະຫາວິທະຍາໄລສະຫະພັນລັດເຊຍ, ປະທານອະນຸກໍາມະການລັດເຊຍ, ເປັນປະທານຮ່ວມຄະນະກໍາມະການສົມທົບກັນລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ ເປັນສັກຂີພິຍານພິທີມອບ-ຮັບ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຜູ້ແທນເຂົ້າຮ່ວມພິທີມອບ-ຮັບກໍາປ່ັນຄົ້ນຄວ້າວິທະຍາສາດ “ສາດສະດາຈານ Gagarinsky”. ພາບ: ກ່ຽວຈິງ |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ພິທີມອບ-ຮັບກໍາປັ່ນຄົ້ນຄວ້າວິທະຍາສາດ “ສາດສະດາຈານ Gagarinsky” ມີຄວາມໝາຍສໍາຄັນ, ດໍາເນີນພາຍຫຼັງການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນໍາສອງປະເທດໃນການສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍເວົ້າລວມ, ກໍ່ຄືໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍການເຄື່ອນໄຫວ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ປະກົດຜົນເປັນຈິງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສົ່ງຄໍາຂອບໃຈທີ່ຈິງໃຈມາຍັງລັດຖະບານສະຫະພັນລັດເຊຍ, ກະຊວງວິທະຍາສາດ ແລະສຶກສາມະຫາວິທະຍາໄລລັດເຊຍ ໄດ້ມອບກໍາປັ່ນ “ສາດສະດາຈານ Gagarinsky” ໃຫ້ຫວຽດນາມ. ນີ້ແມ່ນສັນຍາລັກໃໝ່ໃຫ້ການຮ່ວມມືຫວຽດນາມ-ລັດເຊຍ ແລະແມ່ນຊາຍຄາລວມບົນທະເລໃຫ້ນັກວິທະຍາສາດສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນທີ່ເປັນມູນເຊື້ອອັນດີງາມ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ. ຂອງຂວັນນີ້ບໍ່ພຽງແຕ່ແມ່ນສັນຍາລັກຂອງນໍ້າໃຈມິດຕະພາບເທົ່ານັ້ນ ຫາກຍັງແມ່ນກໍາລັງແຮງເພື່ອໃຫ້ນັກວິທະຍາສາດສອງປະເທດສືບຕໍ່ອຸທິດສ່ວນເພື່ອຜົນປະໂຫດຍຂອງສອງຝ່າຍ.
ໂດຍ: ໄຊນີດາ