leftcenterrightdel
ທ່ານພົນເອກ ເລືອງເກື່ອງ ຢ້ຽມຢາມຖາມຂ່າວອະດີດນັກຮົບປະຕິວັດທີ່ຖືກສັດຕູຈັບຂັງ ທີ່ພິທີສະເຫຼີມສະຫຼອງ. ພາບ: ຖຸ໊ຍອານ-ກວາງດຶກ

ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ເລືອງເກື່ອງ ສະແດງຄວາມຮູ້ບຸນຄຸນ, ອາລົມຈິດທີ່ເລິກເຊິ່ງ ຕໍ່ນັກຮົບປະຕິວັດ, ພໍ່ແມ່ປະຊາຊົນທີ່ຖືກສັດຕູຈັບຂັງ ຢູ່ຄຸກຂອງລ່າເມືອງຂຶ້ນ, ຈັກກະພັດ ແລະພວກລູກແຫຼ້ງຕີນມືໃນທົ່ວປະເທດເວົ້າລວມ ແລະຢູ່ຄຸກ ຝູກວກ ເວົ້າສະເພາະ. ທ່ານພົນເອກ ເລືອງເກື່ອງ ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ “ໄຊຊະນະກັບຄືນມາ” ຂອງບັນດານັກຮົບປະຕິວັດທີ່ຖືກສັດຕູຈັບຂັງ ປຽບເໝືອນດັ່ງຄໍາຕັກເຕືອນໃຫ້ພວກເຮົາກ່ຽວກັບມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຮັບຜິດຊອບຕ້ອງດໍາລົງຊີວິດ, ອອກແຮງງານ, ຮໍ່າຮຽນ ແລະປົກປັກຮັກສາປະເທດຊາດ, ສົມກັບການເສຍສະຫຼະຊີວິດອັນໃຫຍ່ຫຼວງ ຂອງລຸ້ນພໍ່ລຸ້ນອ້າຍ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ມອບຂອງຂວັນໃຫ້ອະດີດນັກຮົບປະຕິວັດທີ່ຖືກສັດຕູຈັບຂັງ ທີ່ພິທີສະເຫຼີມສະຫຼອງ. ພາບ: ຖຸ໊ຍອານ-ກວາງດຶກ

ທ່ານພົນເອກ ເລືອງເກື່ອງ ຮຽກຮ້ອງໃຫ້ບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ ແລະທົ່ວລະບົບການເມືອງ ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດຄໍາສັ່ງເລກທີ 14-CT/TW ລົງວັນທີ 19 ກໍລະກົດ 2017 ຂອງຄະນະເລຂາທິການ ວ່າດ້ວຍການສືບຕໍ່ເພີ່່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານປະຕິບັດນະໂຍບາຍໃຫ້ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ເສີມຂະຫຍາຍມູນເຊື້ອ, ຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ດ້ວຍການເຄື່ອນໄຫວທີ່ລະອຽດ, ແທດຈິງ ເພື່ອໜູນຊ່ວຍ, ເບິ່ງແຍງດູແລ, ຊ່ວຍເຫຼືອ ຜູ້ທີ່ມີຄຸນງາມຄວາມດີ, ທະຫານເສຍອົງຄະ, ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຮົບທີ່ຖືກສັດຕູຈັບຂັງຄຸກ, ເປັນຕົ້ນແມ່ນບັນດາຄອບຄົວຍັງປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ.

ກ່ອນໜ້ານັ້ນ, ທ່ານພົນເອກ ເລືອງເກື່ອງ ພ້ອມດ້ວຍບັນດາສະຫາຍການນໍາ, ອະດີດການນໍາພັກ, ລັດ, ນະຄອນໂຮ່ຈີມິນ, ແຂວງກຽນຢາງ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຝູກວກ ແລະວິຫານນັກຮົບເສຍສະຫຼະຊີວິດນະຄອນ ຝູກວກ.

ໂດຍ: ທູຈາງ