ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ
ກປ.ອອນໄລ - ວັນທີ 24 ມີນາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍສະຫາຍ ພົນໂທ ຮວ່າງຊວນຈຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ (ລາວ). ໄປພ້ອມກັບຄະນະມີສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຜາຖີ່ ແມ່ນກຸ່ມບ້ານທີ່ລັດຖະບານຫວຽດນາມ ໜູນຊ່ວຍລົງທຶນກໍ່ສ້າງຫຼາຍກິດຈະການພື້ນຖານໂຄງລ່າງທີ່ຈໍາເປັນ ຄື: ເສັ້ນທາງຄົມມະນາຄົມ, ໂຄງການນໍ້າສະອາດ, ໂຮງຮຽນ, ສຸກສາລາ, ຫໍວັດທະນະທໍາ ແລະຜັນຂະຫຍາຍຫຼາຍລາຍການສົ່ງເສີມການກະເສດ, ເປີດນໍາໃຊ້ໃນປີ 2009. ເຖິງຢ່າງໃດກໍ່ຕາມ, ໃນວິວັດການນໍາໃຊ້, ຍ້ອນທ້ອງຖິ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ບໍ່ມີງົບປະມານໃນການບົວລະບັດຮັກສາ, ສ້ອມແປງ ແຕ່ບາງໂຄງການໄດ້ຖືກຊຸດໂຊມ, ເປ່ເພ.
ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ ລາຍງານ ແລະນາຍົກລັດຖະມົນຕີສອງປະເທດໄດ້ຕົກລົງໜູນຊ່ວຍຜັນຂະຫຍາຍໃນການບົວລະບັດຮັກ, ສ້ອມແປງ ແລະຍົກລະດັບໂຄງການພື້ນຖານໂຄງລ່າງທີ່ຈໍາເປັນ, ພິເສດແມ່ນລະບົບສະໜອງນໍ້າສະອາດ ແລະໂຮງຮຽນ. ຢູ່ທີ່ນີ້, ສະຫາຍ ພົນໂທ ຮວ່າງຊວນຈຽນ ໄດ້ມອບຂອງຂວັນ 40 ພູດໃຫ້ນັກຮຽນທີ່ທຸກຍາກ ແລະຄອບຄົວນະໂຍບາຍຂອງທ້ອງຖິ່ນ (ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ).
    |
 |
ສະຫາຍ ພົນໂທ ຮວ່າງຊວນຈຽນ ມອບຂອງຂວັນໃຫ້ນັກຮຽນທີ່ທຸກຍາກ ແລະຄອບຄົວນະໂຍບາຍຢູ່ກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ສະຫາຍ ພົນໂທ ຮວ່າງຊວນຈຽນ ໄດ້ໄປຢ້ຽມຢາມບໍລິສັດການຮ່ວມມືສາກົນ 705, ທະຫານເຂດ 2 ເຊິ່ງແມ່ນກົມກອງທີ່ປະຕິບັດໜ້າທີ່ຢູ່ໃນບໍລິເວນ. ສະຫາຍ ພົນໂທ ຮວ່າງຊວນຈຽນ ໄດ້ຍ້ອງຍໍຊົມເຊີຍກົມກອງທີ່ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເປັນຕົ້ນແມ່ນໃນໄລຍະເກີດພະຍາດ ໂຄວິດ-19 ແລະປະຕິບັດໜ້າທີ່ໃນບໍລິເວນທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກຂອງປະເທດເພື່ອນລາວ ໄດ້ເປັນຢ່າງດີ, ຜ່ານນັ້ນ ປະກອບສ່ວນນໍາການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະຕີລາຄາສູງ.
ໂດຍ: ຈາງຫງວຽນ