leftcenterrightdel
ພັນໂທ ຫວູມິງເຢືອງ ຜູ້ອໍານວຍການໂຮງໝໍສະໜາມຂັ້ນ 2 ເລກ 4 ແລະພົນຕີ Mohan Subramanian ຖ່າຍຮູບພ້ອມກັບບັນດາສະມາຊິກໃນໂຮງໝໍ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານພົນຕີ Mohan Subramanian ຜູ້ບັນຊາການກໍາລັງທະຫານຂອງຄະນະປະຕິບັດງານ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍການປະກອບສ່ວນຂອງພະນັກງານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ທີ່ມີຕໍ່ພາລະກໍາຮັກສາສັນຕິພາບ ສປຊ, ມັນບໍ່ພຽງແຕ່ປະກອບສ່ວນເຂົ້າໃນການສົ່ງເສີມສຸຂະພາບໃຫ້ແກ່ກໍາລັງຮັກສາສັນຕິພາບໃນບໍລິເວນ ເທົ່ານັ້ນຫາກຍັງມີບັນດາການເຄື່ອນໄຫວໜູນຊ່ວຍ ແລະຊ່ວຍເຫຼືອປະຊາຊົນທ້ອງຖິ່ນໃຫ້ມີຊີວິດການເປັນຢູ່ດີງາມກວ່າ. ຜູ້ບັນຊາບັນດາອົງການທີ່ກ່ຽວຂ້ອງຂອງຄະນະປະຕິບັດງານ ຕີລາຄາສູງຈິດໃຈອຸທິດ, ຄວາມເປັນມືອາຊີບ ແລະວິຊາສະເພາະສູງຂອງກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ, ພິເສດແມ່ນແພດໝໍຂອງໂຮງໝໍສະໜາມ ຂັ້ນ 2 ເລກ 4.

leftcenterrightdel
ພິທີມອບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບ ສປຊ ໃຫ້ສະມາຊິກຂອງໂຮງໝໍສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ທັງໝົດ 63 ຄົນ. ພາບ: qdnd.vn

ຕາງໜ້າພະນັກງານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ເລກ 4, ທ່ານພັນໂທ ຫວູມິງເຢືອງ ຜູ້ອໍານວຍການໂຮງໝໍ ຢັ້ງຢືນວ່າ ໃນຖານະເປັນແພດທະຫານ ປະຕິບັດໜ້າທີ່ສົ່ງເສີມສຸຂະພາບໃຫ້ບັນດາກໍາລັງ ແລະພາລະກອນຂອງ ສປຊ ທີ່ພວມເຮັດວຽກຢູ່ຄະນະປະຕິບັດງານ ຊູດັງໃຕ້, ບັນດາສະມາຊິກຂອງໂຮງໝໍ ຍາມໃດກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສາມາດສະໜອງບໍລິການສົ່ງເສີມສຸຂະພາບໃຫ້ດີທີ່ສຸດ, ປະຕິບັດສໍາເລັດທຸກໜ້າທີ່ ທີ່ຄະນະປະຕິບັດງານ ແລະ ສປຊ ມອບໝາຍໃຫ້.

ໂດຍ: ໄຊຊະນະ