ທີ່ການເຈລະຈາ, ສອງຝ່າຍແບ່ງປັນຄວາມຮັບຮູ້ລວມກ່ຽວກັບບັນດາຜົນກະທົບຈາກສະພາບການໃນໂລກ, ພາກພື້ນ, ບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ, ການແກ່ງແຍ້ງຜົນສະທ້ອນລະຫວ່າງບັນດາປະເທດໃຫຍ່ນັບມື້ນັບເພີ່ມຂຶ້ນຢູ່ອາຊີ-ປາຊີຟິກ. ໃນສະພາບການນັ້ນ, ອາຊຽນ ສືບຕໍ່ເສີມຂະຫຍາຍບົດບາດໃຈກາງໃນພາກພື້ນ, ຊຸກຍູ້ການເຈລະຈາ ແລະການຮ່ວມມືລະຫວ່າງບັນດາປະເທດພາຍໃນກຸ່ມ ກໍ່ຄືບັນດາຄູ່ຮ່ວມມືພາຍນອກເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາ, ໂດຍສະເພາະແມ່ນໄດ້ຈັດຕັ້ງເກືອບ 30 ກິດຈະກຳເຄື່ອນໄຫວໃຫຍ່, ທີ່ມີຄວາມໝາຍເປັນສັນຍະລັກໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ປະສົບຜົນສໍາເລັດ. ບັນດາອົງການ, ກົມກອງສອງຝ່າຍໄດ້ມານະພະຍາຍາມ, ສົມທົບກັນຢ່າງແໜ້ນແຟ້ນ ແລະປະຕິບັດສໍາເລັດແຜນການຮ່ວມມືໃນປີ 2022 ເປັນຢ່າງດີ, ບັນລຸໄດ້ຈຸດປະສົງ, ຄວາມຮຽກຮ້ອງທີ່ໄດ້ວາງອອກ. ພົ້ນເດັ່ນແມ່ນວຽກງານໂຄສະນາ; ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຕໍ່ສູ້, ປ້ອງກັນ; ວຽກງານສົມທົບກັນ, ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ກໍ່ສ້າງ, ຝຶກອົບຮົມພະນັກງານ; ກວດ-ປິ່ນປົວພະຍາດ, ຊ່ວຍເຫຼືອເຊິ່ງກັນ ແລະກັນ.

leftcenterrightdel
ສະຫາຍ ພົນໂທ ຮວ່າງຊວນຈຽນ ແລະສະຫາຍ ພົນຕີ ວົງຄໍາ ພົມມະກອນ ເຊັນບົດບັນທຶກການເຮັດວຽກ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ຜັນຂະຫຍາຍປະສິດທິຜົນບັນດາຂໍ້ຕົກລົງທີ່ການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ ແລະແຜນການຮ່ວມມືປະຈໍາປີລະຫວ່າງສອງກະຊວງປ້ອງກັນປະເທດ. ໃນນັ້ນ, ສຸມໃສ່ບັນດາຂົງເຂດ: ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກໍ່ສ້າງ, ຝຶກອົບຮົມ; ເພີ່ມທະວີການຮ່ວມມືດ້ານພະລາທິການ, ເຕັກນິກ ແລະແລກປ່ຽນບົດຮຽນກອງທັບເຂົ້າຮ່ວມການພັດທະນາເສດຖະກິດ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 3 ກະຊວງປ້ອງກັນປະເທດ, 3 ກອງທັບ: ລາວ, ຫວຽດນາມ ແລະກໍາປູເຈຍ.

leftcenterrightdel
ສະຫາຍພົນໂທ ຮວ່າງຊວນຈຽນ ແລະສະຫາຍພົນຕີ ວົງຄໍາ ພົມມະກອນ ທີ່ພິທີເຊັນບົດບັນທຶກການເຮັດວຽກ. ພາບ: qdnd.vn

ສອງຝ່າຍຢັ້ງຢືນວ່າ ຄວນສືບຕໍ່ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດເນື່ອງໃນໂອກາດວັນບຸນຕ່າງໆ, ເຫດການການເມືອງໃຫຍ່ຂອງສອງປະເທດ ແລະສອງກອງທັບ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ເຊັນບົດບັນທຶກການເຮັດວຽກເພື່ອເປັນພື້ນຖານຜັນຂະຫຍາຍການປະຕິບັດ.

ໃນຕອນບ່າຍວັນດຽວກັນ, ສະຫາຍພົນໂທ ຮວ່າງຊວນຈຽນ ແລະສະຫາຍພົນຕີ ວົງຄໍາ ພົມມະກອນ ໄດ້ມາເຂົ້າຮ່ວມລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມກອງທັບສອງປະເທດຫວຽດນາມ-ລາວ.

leftcenterrightdel
ສະຫາຍພົນໂທ ຮວ່າງຊວນຈຽນ ແລະສະຫາຍ ວັນໄຊ ແພງຊຸມມາ. ພາບ: qdnd.vn

ກໍ່ໃນຕອນບ່າຍວັນທີ 23 ມີນາ, ສະຫາຍພົນໂທ ຮວ່າງຊວນຈຽນ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ. ສະຫາຍພົນໂທ ຮວ່າງຊວນຈຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການ, ກົມກອງທ້ອງຖິ່ນຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ, ມີປະສິດທິຜົນກັບບັນດາຄູ່ຮ່ວມມືຝ່າຍລາວ, ໃນນັ້ນມີບັນດາກົມກອງໃນບໍລິເວນແຂວງຫົວພັນ.

ໂດຍ: ຈາງຫງວຽນ