leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຮົ່ງຟາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ເລຮຸຍວິ້ງ ໄດ້ຍ້ອງຍໍຊົມເຊີຍສະຖາບັນປະຫວັດສາດການທະຫານ ແລະບັນດາກົມກອງທີ່ຕັ້ງໜ້າສົມທົບກັນ, ປະສານງານ, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມສໍາມະນາເປັນຢ່າງດີ ແລະເນັ້ນໜັກວ່າ: ກອງປະຊຸມສໍາມະນາມີຄວາມໝາຍສຳຄັນ, ແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະບັ້ນຮົບພາກເໜືອລາວ, ສືບຕໍ່ເຮັດແຈ້ງວິໄສທັດຍຸດທະສາດ, ການຊີ້ນຳນໍາພາທີ່ຖືກຕ້ອງ ແລະມີຫົວຄິດປະດິດສ້າງຂອງສູນກາງພັກ ແລະລັດຖະບານ ນໍາໜ້າແມ່ນປະທານໂຮ່ຈີມິນ, ໂດຍກົງແມ່ນຄະນະພັກການທະຫານສູງສຸດ ແລະກອງບັນຊາການສູງສຸດ; ວິເຄາະລັກສະນະພິເສດ ແລະເອກະລັກສະເພາະຂອງສິລະປະຊີ້ນຳ ແລະບໍລິຫານບັ້ນຮົບ; ຂະໜາດ, ຄວາມໝາຍ ແລະສາຍເຫດທີ່ໄດ້ຮັບໄຊຊະນະຂອງບັ້ນຮົບພາກເໜືອລາວ... ຜ່ານນັ້ນ, ໄດ້ຖອດຖອນບົດຮຽນ, ນຳໃຊ້ເຂົ້າໃນພາລະກິດປັບປຸງດ້ານປ້ອງກັນຊາດ, ປົກປັກຮັກສາປະເທດຊາດຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນ, ພິເສດແມ່ນສິລະປະສູ້ຮົບໃນບັ້ນຮົບແຫ່ງຍຸກສະໄໝໃໝ່. ທ່ານພົນໂທ ເລຮຸຍວິ້ງ ຮຽກຮ້ອງໃຫ້ສະຖາບັນປະຫວັດສາດການທະຫານ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ແລະແຂວງເຊີນລາ ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມສໍາມະນາໃຫ້ສໍາເລັດທຸກດ້ານເພື່ອຮັບປະກັນຄວາມຮອບຄອບຖີ່ຖ້ວນທີ່ສຸດ.

ກອງປະຊຸມສໍາມະນາວິທະຍາສາດ  “ໄຊຊະນະບັ້ນຮົບພາກເໜືອລາວ ປີ 1953” - ຄວາມໝາຍປະຫວັດສາດ ແລະບົດຮຽນປະສົບການ” ໂດຍກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບແຂວງເຊີນລາ  ຈັດຕັ້ງ, ຄາດວ່າ ຈະຈັດຂຶ້ນໃນວັນທີ 13 ເມສາຈະມາເຖິງ.

ໂດຍ: ທະນາພອນ