ຫວຽດນາມ ແລະກູບາ ຮ່ວມມືຮັກສາຄວາມຊົງຈໍາປະຫວັດສາດ
ກປ.ອອນໄລ - ໂດຍຜ່ານຜ່າຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ຜະລິດຟີມເອກະສານກ່ຽວກັບ “ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ, 60 ປີແຫ່ງການສ້າງສາ ແລະພັດທະນາ” ສຳເລັດໜຶ່ງຕອນ.
ວັນທີ 20 ມີນາ, ທີ່ສໍານັກງານກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ຢູ່ນະຄອນຫຼວງ La Habana, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ດໍາເນີນພິທີມອບ-ຮັບຟີມເອກະສານທີ່ມີຊື່ວ່າ “ສອງໝາກຫົວໃຈເຕັ້ນຈັງຫວະດຽວກັນ”.
    |
 |
ພົນໂທ ຫງວຽນຈີ໊ວິ້ງ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທີ່ປຶກສາໃນການຜະລິດຟີມເອກະສານ ແລະພົນໂທ Alvaro Lopez Miera ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄໍາເຫັນທີ່ພິທີມອບ-ຮັບ ແລະສາຍຮູບເງົາຟີມເອກະສານດັ່ງກ່າວ, ທ່ານພົນໂທ Alvaro Lopez Miera ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ແລະທ່ານພົນຕີ Victor Rojo Ramos ກໍາມະການສູນກາງພັກກອມມູນິດກູບາ, ຫົວໜ້າການເມືອງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ຕີລາຄາສູງຄຸນນະພາບຂອງຟີມເອກະສານ; ທ່ານ ຢັ້ງຢືນວ່າ ຟີມເອກະສານນີ້ໄດ້ຜະລິດຢ່າງມີຫົວຄິດປະດິດສ້າງ, ສ່ອງແສງໃຫ້ເຫັນປະຫວັດສາດຖືກກັບຄວາມຈິງ, ດຶງດູດໃຈ, ເນື້ອໃນເລິກເຊິ່ງ, ມີການແຜ່ຂະຫຍາຍຢ່າງກວ້າງຂວາງ, ມີຄວາມໝາຍໃນການສຶກສາອົບຮົມ, ໂຄສະນາສູງຕໍ່ກັບປະຊາຊົນ ແລະກອງທັບສອງປະເທດ. ການນໍາກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ເນັ້ນໜັກເຖິງຄວາມໝາຍການເມືອງພິເສດຂອງຟີມເອກະສານ ແລະປາດຖະໜາວ່າ ຕອນທີ່ຍັງເຫຼືອຈະຜະລິດໃຫ້ສໍາເລັດໂດຍໄວ.
    |
 |
ພົນຈັດຕະວາ ໂດ໊ແທັງຟອງ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະພົນໂທ Alvaro Lopez Miera ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: ສໍານັກຂ່າວສານຫວຽດນາມ. |
ຟີມເອກະສານ “ການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ກູບາ, 60 ປີແຫ່ງການສ້າງສາ ແລະພັດທະນາ” ແມ່ນໜຶ່ງໃນ 5 ຜະລິດຕະພັນຂຶ້ນກັບສໍາເນົາເອກະສານກ່ຽວກັບປະຫວັດສາດ 60 ປີແຫ່ງການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກູບາ. ໂຄງການວິທະຍາສາດສໍາຄັນນີ້ ໂດຍກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ສົມທົບກັນປະຕິບັດ.
ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານພົນໂທ ຫງວຽນຈີ້ວິ້ງ ອະດີດກໍາມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທີ່ປຶກສາໃນການຜະລິດຟີມເອກະສານ ຖືວ່າ ຂົງເຂດຮ່ວມມືນີ້ມີຄວາມໝາຍ ກໍ່ຕໍ່ເມື່ອນໍ້າໃຈ ແລະບັນດາຜົນງານໃນປະຫວັດສາດ ໄດ້ຮັບການເສີມຂະຫຍາຍໃນປັດຈຸບັນ. ຫວຽດນາມ ແລະກູບາ ໄດ້ ແລະພວມມີຫຼາຍການເຄື່ອນໄຫວຮ່ວມມືແທດຈິງເພື່ອໃຫ້ຄວາມຊົງຈໍາປະຫວັດສາດຍາມໃດກໍຍືນຍົງຄົງຢູ່ກັບການເວລາຕະຫຼອດໄປ. ນັ້ນແມ່ນການຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ແມ່ນການໜູນຊ່ວຍ, ແບ່ງປັນບົດຮຽນໃນການສ້າງສາ ແລະປົກປັກຮັກສາປະເທດຊາດ ສັງຄົມນິຍົມ.
ໂດຍ: ໄຊຊະນະ