ມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ
ກປ.ອອນໄລ - ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ເປັນປະທານພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍທະຫານເດີນທາງໄປປະຕິບັດໜ້າທີ່ ແລະສະຫຼຸບໜ້າທີ່ປະຕິບັດງານຂອງນາຍທະຫານຢູ່ບັນດາຄະນະປະຕິບັດງານ ສ ອາຟຣິກາກາງ, ຊູດັງໃຕ້ ແລະຄະນະປະຕິບັດງານ UNISFA (ເຂດ Abyei).
ຮັບຮູ້ບັນດາຜົນງານທີ່ໄດ້ບັນລຸໃນອາຍຸການຂອງບັນດານາຍທະຫານ, ທ່ານພົນໂທ ຮວ່າງຊວນຈຽນ ຢັ້ງຢືນວ່າ ນາຍທະຫານ 6 ຄົນທີ່ສໍາເລັດໜ້າທີ່ໃນຄັ້ງນີ້, ມີນາຍທະຫານ 5 ຄົນທີ່ ສປຊ ຕີລາຄາວ່າປະຕິບັດໜ້າທີ່ສຳເລັດຢ່າງດີເລີດ, ໜຶ່ງສະຫາຍສໍາເລັດໜ້າທີ່ເປັນຢ່າງດີ, ແມ່ນໝາກຜົນທີ່ໄດ້ຮັບການເຊີດຊູ, ປະກອບສ່ວນຢັ້ງຢືນລະດັບ, ກໍາລັງຄວາມສາມາດຂອງບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ເຊື່ອໝັ້ນວ່າ ເມື່ອກັບຄືນມາປະຕິບັດງານຢູ່ກົມກອງ, ບັນດານາຍທະຫານຈະສືບຕໍ່ເສີມຂະຫຍາຍຄວາມສາມາດ, ລະດັບ ແລະອຸທິດສ່ວນໃຫ້ພາລະກໍາຮັກສາສັນຕິພາບ ສປຊ ເມື່ອມີກາລະໂອກາດ.
    |
 |
ທ່ານພົນໂທ ຮວ່າງຊວນຈຽນ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ທ່ານພັນຕີ ຫງວຽນວັນຟອງ. ພາບ: ຕວນຮຸຍ. |
ກ່າວຄໍາເຫັນມອບໜ້າທີ່ໃຫ້ທ່ານພັນຕີ ຫງວຽນວັນຟອງ ຜູ້ຊ່ວຍວຽກຫ້ອງການເມືອງ, ກອງພົນນ້ອຍ 229, ເຫຼົ່າຮົບຊ່າງແສງ, ກະກຽມເດີນທາງໄປປະຕິບັດໜ້າທີ່ເປັນຜູ້ສັງເກດການທະຫານທີ່ຄະນະປະຕິບັດງານ ສ ອາຟຣິກາກາງ, ທ່ານພົນໂທ ຮວ່າງຊວນຈຽນ ຮຽກຮ້ອງໃຫ້ທ່ານພັນຕີ ຫງວຽນວັນຟອງ ຄວນເຊື່ອມຕົວເຂົ້າກັບສະພາບແວດລ້ອມເຮັດວຽກສາກົນ ແລະພິສູດໃຫ້ເຫັນກໍາລັງຄວາມສາມາດຂອງນາຍທະຫານກອງທັບປະຊາຊົນຫວຽດນາມ.
ປະຕິບັດໜ້າທີ່ຢູ່ບໍລິເວນຫ່າງໄກ, ຊ້ອນແຝງໄປດ້ວຍໄພອັນຕະລາຍຫຼາຍຢ່າງ, ຄວນປະຕິບັດກົດລະບຽບກອງທັບ, ຂໍ້ກໍານົດຂອງ ສປຊ, ກົດໝາຍຂອງປະເທດປະຈໍາຖິ່ນຢ່າງເຂັ້ມງວດ. ທ່ານພົນໂທ ຮວ່າງຊວນຈຽນ ຊີ້ນໍາກົມຮັກສາສັນຕິພາບຫວຽດນາມ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈົ່ງປະຕິບັດງານແນວຫຼັງກອງທັບໃຫ້ເປັນຢ່າງດີ, ຊ່ວຍທ່ານ ຫງວຽນວັນຟອງ ມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່ວຽກງານ.
ໂດຍ: ຈາງຫງວຽນ