ພົນໂທ ຫວໍມິງເລືອງ ຢ້ຽມຢາມ, ກວດກາ ແລະເຮັດວຽກກັບບາງກົມກອງຢູ່ເມືອງເກາະ ໂກນດ໋າວ
ກປ.ອອນໄລ - ວັນທີ 20 ມີນາ, ຢູ່ທີ່ເມືອງເກາະ ໂກນດ໋າວ, ແຂວງບ່າເຣ້ຍ-ຫວູງເຕົາ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນໂທ ຫວໍມິງເລືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ, ກວດກາຄ້າຍທະຫານຊາຍແດນໂກນດ໋າວ (ກອງບັນຊາການທະຫານຊາຍແດນ ແຂວງບ່າເຣ້ຍ-ຫວູເຕົາ), ກອງພັນຕໍາຫຼວດທະເລ 33 (ຕໍາຫຼວດທະເລເຂດ 3) ແລະເຮັດວຽກກັບກອງບັນຊາການຕໍາຫຼວດທະເລ ເຂດ 3.
    |
 |
ພົນໂທ ຫວໍມິງເລືອງ ຢ້ຽມຢາມ ແລະກວດກາຄ້າຍທະຫານຊາຍແດນ ໂກນດ໋າວ. ພາບ: ຊວນເກື່ອງ. |
    |
 |
ພົນໂທ ຫວໍມິງເລືອງ ຢ້ຽມຢາມ, ກວດກາ ແລະເຮັດວຽກກັບຕໍາຫຼວດທະເລເຂດ 3 ຢູ່ ກອງພັນຕໍາຫຼວດທະເລ 33. ພາບ: ຊວນເກື່ອງ. |
ທີ່ບັນດາກົມກອງ, ຄະນະປະຕິບັດງານ ໄດ້ກວດກາວຽກງານສະກັດກັ້ນ ແລະຕ້ານອາດຊະຍາກໍາ; ສະກັດກັ້ນ ແລະຕ້ານການຄ້າມະນຸດ; ສະກັດກັ້ນ ແລະຕ້ານການຄ້າເຖື່ອນ, ການສໍ້ໂກງການຄ້າ ແລະສິນຄ້າປອມ; ວຽກງານເຜີຍແຜ່ ແລະສຶກສາອົບຮົມກົດໝາຍ, ການແກ້ໄຂການລະເມີດການບໍລິຫານ; ການປະຕິບັດຕາມກົດໝາຍ ແລະຂໍ້ກໍານົດຂອງກະຊວງປ້ອງກັນປະເທດ ກ່ຽວກັບການປະມູນ, ຄັດເລືອກຜູ້ຮັບເໝົາໃນຂອບເຂດການຄຸ້ມຄອງຂອງກະຊວງປ້ອງກັນປະເທດ.
    |
 |
ພົນໂທ ຫວໍມິງເລືອງ ເຮັດວຽກກັບກອງບັນຊາການຕໍາຫຼວດທະເລ ເຂດ 3. ພາບ: ຊວນເກື່ອງ. |
ກ່າວຄໍາເຫັນສະຫຼຸບການກວດກາ, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫວໍມິງເລືອງ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາກົມກອງ ໄດ້ປະຕິບັດຖືກຕາມພາລະບົດບາດ, ປະຕິບັດສໍາເລັດໜ້າທີ່ໃນໄລຍະຜ່ານມາ; ຮຽກຮ້ອງໃຫ້ຄ້າຍທະຫານຊາຍແດນ ໂກນດ໋າວ ແລະຕໍາຫຼວດທະເລ ເຂດ 3 ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຊາບຊຶມແຜນນະໂຍບາຍ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ຢ່າງເລິກເຊິ່ງ ແລະເປັນປະຈໍາ. ບັນດາກົມກອງ ຕ້ອງສືບຕໍ່ຕັ້ງໜ້າ, ເປັນເຈົ້າການຈັດຕັ້ງການປາບປາມອາດຊະຍາກໍາປະເພດຕ່າງໆ, ສະກັດກັ້ນການລະເມີດກົດໝາຍໃນບໍລິເວນ, ປ່ຽນແປງໃໝ່ຮູບການ, ວິທີການເຜີຍແຜ່, ສຶກສາອົບຮົມກົດໝາຍ, ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດປົກຄອງທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງທຸກຂັ້ນໃນການປະຕິບັດໜ້າທີ່ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ແກ້ໄຂການລະເມີດການບໍລິຫານ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ.
ໂດຍ: ໄຊຊະນະ