ໂຮງໝໍເສນາຮັກ 175 ແລະວິທະຍາຄານການແພດກອງທັບ ຮ່ວມມືພັດທະນາຖັນແຖວພະນັກງານແພດໝໍ
ກປ.ອອນໄລ - ໂຮງໝໍເສນາຮັກ 175 ແລະວິທະຍາຄານການແພດກອງທັບ ຫາກໍ່ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືກໍ່ສ້າງ ແລະພັດທະນາຖັນແຖວແພດໝໍ, ຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດ, ພັດທະນາວິຊາສະເພາະເຕັກນິກ ເພື່ອຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ເບິ່ງແຍງດູແລສຸຂະພາບໃຫ້ທະຫານ ແລະປະຊາຊົນ.
    |
 |
ການນໍາໂຮງໝໍເສນາຮັກ 175 ແລະວິທະຍາຄານການແພດກອງທັບ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື. ພາບ: ເຈິ່ນຈິ໊ງ |
ໂຄງການຮ່ວມມືຂອງສອງກົມກອງ ໄດ້ສຸມໃສ່ບັນຫາຕົ້ນຕໍ, ຄື: ສົມທົບກັນສ້າງບັນດາຫົວເລື່ອງ, ໂຄງການຄົ້ນຄວ້າ, ພ້ອມກັນເຂົ້າຮ່ວມການບົ່ງມະຕິພະຍາດ, ປິ່ນປົວໃຫ້ຄົນເຈັບໜັກ, ສັບສົນ, ພົບເຫັນຍາກ, ໜູນຊ່ວຍຜັນຂະຫຍາຍບັນດາເຕັກນິກໃໝ່, ຂະແໜງການລົງເລິກ, ແບ່ງປັນບົດຮຽນໃນການຄຸ້ມຄອງຄຸນນະພາບໂຮງໝໍ, ຄວບຄຸມການຕິດເຊື້ອ, ພັດທະນາຮູບແບບການກວດ, ປິ່ນປົວພະຍາດຕາມຄວາມຮຽກຮ້ອງ... ຜ່ານການຮ່ວມມືໄດ້ຊ່ວຍໃຫ້ໂຮງໝໍເສນາຮັກ 175 ຍົກສູງຄຸນນະພາບ, ກໍ່ຄືເງື່ອນໄຂກາຍເປັນຮາກຖານຝຶກງານແຖວໜ້າໃນກອງທັບ ແລະທົ່ວປະເທດ, ຫັນບັນດາເປົ້າໝາຍກາຍເປັນລະບົບສາທາລະນະສຸກທັນສະໄໝ, ສົມກັບພາກພື້ນໃຫ້ປະກົດຜົນເປັນຈິງ.
ໂດຍ: ໄຊນີດາ