ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຂອງພັນເອກ Rem Kann ໃນການສົມທົບກັບບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາຢ່າງມີປະສິດທິຜົນ, ໃນນັ້ນມີບັນດາການເຄື່ອນໄຫວໃນຂອບເຂດ “ປີມິດຕະພາບຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ ປີ 2022”.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພັນເອກ Rem Kann ທີ່ປຶກສາທູດທະຫານ ກໍາປູເຈຍ ປະຈໍາ ຫວຽດນາມ. ພາບ: ຮວ່າງຫວູ

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແຈ້ງໃຫ້ຊາບທີ່ການພົບປະສອງຝ່າຍກັບທ່ານພົນເອກ Neang Phat, ຮອງລັດຖະມົນຕີຜູ້ປະຈໍາການກະຊວງປ້ອງກັນປະເທດກໍາປູເຈຍ ຢູ່ນອກກອງປະຊຸມຮອງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 12 ຜ່ານມາ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນກໍານົດທິດມຸ່ງໄປເຖິງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ ກໍາປູເຈຍ ຈະຈັດຕັ້ງເຫດການການເມືອງ, ການທູດສໍາຄັນໃນປີ 2023 ສໍາເລັດ, ໃນນັ້ນ ມີການເລືອກຕັ້ງສະພາແຫ່ງຊາດ ຊຸດທີ VII, ຊີເກມ 32,  Para Games 12.

ທ່ານພັນເອກ Rem Kann ສະແດງຄວາມເຫັນດີຕໍ່ກັບການຕີລາຄາຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາຢ່າງມີປະສິດທິຜົນ; ຢັ້ງຢືນວ່າບົນພື້ນຖານບັນດາເນື້ອໃນທີ່ການນໍາກະຊວງປ້ອງກັນປະເທດສອງປະເທດ ໄດ້ເຫັນດີເປັນເອກະພາບ, ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

ໂດຍ: ໄຊນີດາ