ວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈແມ່ນການເຄື່ອນໄຫວທີ່ແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນໃຫຍ່ຕ່າງໆໃນເດືອນມີນາ. ຜ່ານວັນບຸນບໍລິຈາກເລືອດໄດ້ຮັດແໜ້ນສາຍພົວພັນສະໜິດຕິດພັນ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນຂອງບັນດາກົມກອງ, ຍົກສູງສະຕິເຂົ້າຮ່ວມການເຄື່ອນໄຫວທາງສັງຄົມໃຫ້ສະມາຊິກຊາວໜຸ່ມ, ສະມາຊິກບັນດາອົງການຈັດຕັ້ງມະຫາຊົນ.

leftcenterrightdel
ພະນັກງານ, ສະມາຊິກຊາວໜຸ່ມ, ສະມາຊິກບັນດາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ພາບ: ຖ໊າຍຮືງ

ກ່າວຄໍາເຫັນທີ່ລາຍການ, ທ່ານພັນເອກພິເສດ ໂງແອັງທູ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນສະແດງຄວາມຂອບໃຈບັນດາກົມກອງ ທີ່ໄດ້ສົມທົບກັບໜັງສືພິມກອງທັບປະຊາຊົນໄດ້ປະຕິບັດວຽກງານກະກຽມເປັນຢ່າງດີ, ຈັດຕັ້ງການປະຕິບັດວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈຢ່າງລອບຄອບບັນລຸເປົ້າໝາຍ, ຄວາມຮຽກຮ້ອງທີ່ໄດ້ວາງອອກ. ບັນດາຖົງເລືອດ ເຊິ່ງພະນັກງານ, ສະມາຊິກຊາວໜຸ່ມ, ສະມາຊິກບັນດາອົງການຈັດຕັ້ງມະຫາຊົນບໍລິຈາກນັ້ນຈະປະກອບສ່ວນຮັບປະກັນແຫຼ່ງເລືອດທີ່ຮັບໃຊ້ການປະຖົມພະຍາບານ ແລະປິ່ນປົວໃຫ້ທະຫານ ແລະປະຊາຊົນ; ສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດ, ແຜ່ຂະຫຍາຍມູນເຊື້ອມະນຸດສະທໍາ “ຮັກແພງຊ່ວຍເຫຼືອກັນ” ຂອງຊາດຫວຽດນາມ.

ໂດຍ: ທູຈາງ