ແຂວງຮ່ານາມ ເອົາໃຈໃສ່ກໍ່ສ້າງກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ໃຫ້ໝັ້ນຄົງເຂັ້ມແຂງ
ກປ.ອອນໄລ - ຕອນເຊົ້າວັນທີ 10 ມີນາ, ຄະນະພັກແຂວງຮ່ານາມ ໄດ້ຈັດກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8, ສະໄໝທີ XI ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່. ທ່ານພົນໂທ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະກ່າວຄໍາເຫັັນຊີ້ນໍາ.
    |
 |
ພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ເຊີນບິ່ງ. |
ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ແຂວງຮ່ານາມ ມີທີ່ຕັ້ງຍຸດທະສາດສໍາຄັນໃນທ່າຮົບປ້ອງກັນຂອງທະຫານເຂດ 3 ແລະທົ່ວປະເທດ. ພາຍຫຼັງ 10 ປີທີ່ຜັນຂະຫຍາຍມະຕິສູນກາງພັກ ຄັ້ງທີ 8, ສະໄໝທີ XI, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນແຂວງຮ່ານາມ ໄດ້ສຸມໃສ່ນໍາພາ, ຊີ້ນໍາ, ບໍລິຫານ, ເສີມຂະຫຍາຍກໍາລັງແຮງສັງລວມຂອງທັງລະບົບການເມືອງ ແລະທົ່ວປວງຊົນໃນການປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ເຊີນບິ່ງ. |
ໃນໄລຍະຈະມາເຖິງ, ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີໃຫ້ແຂວງຮ່ານາມ ສືບຕໍ່ຊາບຊຶມ, ໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນຮັບຮູ້ຢ່າງຖືກຕ້ອງ, ກໍານົດຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບໃນການປະຕິບັດສອງໜ້າທີ່ຍຸດທະສາດ ນັ້ນແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດ ແມ່ນຂອງທັງລະບົບການເມືອງ, ຂອງທົ່ວປວງຊົນ. ເອົາໃຈໃສ່ກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ. ສຸມໃສ່ຍົກສູງຄຸນນະພາບຂອງອົງການຈັດຕັ້ງພັກ ແລະຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຜູ້ນໍາໜ້າ; ເອົາໃຈໃສ່ກໍ່ສ້າງ “ທ່າຮົບໃນຈິດໃຈປະຊາຊົນ”, ເຕົ້າໂຮມກໍາລັງແຮງ, ເສີມຂະຫຍາຍລັດທິຮັກຊາດ, ຈິດໃຈເອກ ອ້າງທະນົງໃຈ, ເຊີດຊູຕໍ່ຊາດ, ສ້າງຄວາມເຫັນດີເຫັນພ້ອມສູງໃນການຮັບຮູ້ ແລະການກະທໍາຂອງທົ່ວປວງຊົນຕໍ່ກັບພາລະກິດປົກປັກຮັກສາປະເທດຊາດ.
    |
 |
ພົນໂທ ຫງວຽນເຕິນເກືອງ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ເຊີນບິ່ງ. |
ແຂວງຮ່ານາມ ຄວນລະດົມແຫຼ່ງກໍາລັງກໍ່ສ້າງກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ທີ່ໝັ້ນຄົງເຂັ້ມແຂງຢ່າງມີປະສິດທິຜົນ ເພື່ອປົກປັກຮັກສາປະເທດຊາດ. ສືບຕໍ່ເພີ່ມທະວີການນໍາພາກໍ່ສ້າງກໍາລັງປະກອບອາວຸດໃຫ້ໝັ້ນຄົງເຂັ້ມແຂງ, ເປັນແກ່ນສານໃນພາລະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ. ພ້ອມທັງປະຕິບັດຂໍ້ກໍານົດການປະສານສົມທົບລະຫວ່າງບັນດາກໍາລັງໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດໃຫ້ຖືກຕ້ອງ, ເຂັ້ມງວດ ແລະມີປະສິດທິຜົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ຍົກສູງກໍາລັງຄວາມສາມາດປະສານສົມທົບສູ້ຮົບກັບບັນດາ ກໍາລັງໃນເຂດປ້ອງກັນ; ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ...
ໂດຍ: ໄຊຊະນະ