ຕ້ອນຮັບບຸນເຕັດຢູ່ກາງທະເລ
ກປ.ອອນໄລ - ຢູ່ເຂດດິນຕໍ່ແຜ່ນ, ໃນຂະນະທີ່ສະມາຊິກຂອງແຕ່ລະຄອບຄົວເຕົ້າໂຮມກັນ, ພ້ອມກັນຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີເຖາະ 2023, ຢູ່ກາງທະເລ, ທະຫານເຮືອ, ທະຫານຊາຍແດນ, ຕໍາຫຼວດທະເລ... ຍັງປະຕິບັດໜ້າທີ່ລາດຕະເວນ, ຄວບຄຸມ, ກຽມພ້ອມສູ້ຮົບປົກປັກຮັກສາອະທິປະໄຕທະເລໝູ່ເກາະ ທີ່ສັກກາລະບູຊາຂອງປະເທດໄວ້ໃຫ້ໝັ້ນຄົງ.
ພວກເຂົາປະເລື່ອງສ່ວນຕົວໄວ້ກ່ອນ, ສາມັກຄີຮ່ວມກັນ, ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ປະຕິບັດໜ້າທີ່ເປັນຢ່າງດີ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບ ກ່ຽວກັບບັນຍາກາດຕ້ອນຮັບບຸນປີໃໝ່ປະຈໍາຊາດ ຂອງພະນັກງານ, ນັກຮົບ ກໍາປັ່ນຕໍາຫຼວດທະເລ ໝາຍເລກ 9003 ຂຶ້ນກັບຕໍາຫຼວດທະເລ ເຂດ 4, ກອງບັນຊາການຕໍາຫຼວດທະເລຫວຽດນາມ.
    |
 |
ພັນເອກພິເສດ ເຈິ່ນວັນເລື້ອງ, ຜູ້ບັນຊາການຕໍາຫຼວດທະເລ ເຂດ 4 ມອບຂອງຂວັນ, ລະດົມກໍາລັງໃຈພະນັກງານ, ນັກຮົບ ກ່ອນທີ່ຈະອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn |
    |
 |
ຕໍ່ໜ້າແມ່ນອະທິປະໄຕທະເລໝູ່ເກາະ ຂອງປະເທດຊາດ. ພາບ: qdnd.vn |
    |
 |
ເພີ່ມທະວີການລາດຕະເວນກາງຄືນ ເພື່ອພົບເຫັນ, ສະກັດກັ້ນການລະເມີດຢູ່ທະເລ ຢ່າງທັນການ. ພາບ: qdnd.vn |
    |
 |
ປະດັບປະດາຫ້ອງສະໂມສອນ ຢູ່ກໍາປັ່ນ ເພື່ອຕ້ອນຮັບບຸນເຕັດ. ພາບ: qdnd.vn |
    |
 |
ຮ່ວມກັນຫໍ່ເຂົ້າຕົ້ມຢູ່ກໍາປັ່ນ. ພາບ: qdnd.vn |
    |
 |
ບັນຍາກາດຕ້ອນຮັບບຸນເຕັດ ຂອງພະນັກງານ, ນັກຮົບຢູ່ກໍາປັ່ນ. ພາບ: qdnd.vn |
    |
 |
ນັກຮົບເວນຍາມເຄື່ອງຈັກ ຢູ່ໃຕ້ກຳປັ່ນ ເພື່ອຮັບປະກັນໃຫ້ກໍາປັ່ນເຄື່ອນໄຫວປອດໄພ ໃນໂອກາດບຸນເຕັດ. ພາບ: qdnd.vn |
ໂດຍ: ທູຈາງ