leftcenterrightdel
ພົນຈັດຕະວາ ຟ້າມເຈື່ອງເຊີນ ພ້ອມຄະນະ ແລະພະນັກງານ ກົມສູ້ຮົບເອເລັກໂຕນິກ, ຄະນະບັນຊາກອງພົນນ້ອຍ 84. ພາບ: qdnd.vn

ລາຍງານຄະນະກວດກາຂອງກົມກອງ ຊີ້ແຈ້ງວ່າ ປີ 2022, ກອງພົນນ້ອຍ 84 ໄດ້ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ມີຫຼາຍໜ້າທີ່ປະຕິບັດສໍາເລັດຢ່າງດີເດັ່ນ, ຮັບປະກັນຄວາມປອດໄພໃນທຸກດ້ານຢ່າງເດັດຂາດ; ການນໍາກົມໃຫຍ່ເສນາທິການ ໄດ້ມອບທຸງແຂ່ງຂັນ, ໄດ້ຮັບນາມມະຍົດກົມກອງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”...

leftcenterrightdel
ພົນຈັດຕະວາ ຟ້າມເຈື່ອງເຊີນ ພ້ອມຄະນະ ກວດກາອາວຸດຍຸດໂທປະກອນສູ້ຮົບເອເລັກໂຕນິກຂອງກອງພົນນ້ອຍ 84. ພາບ: qdnd.vn

leftcenterrightdel
ພົນຈັດຕະວາ ຟ້າມເຈື່ອງເຊີນ ກວດກາສະຖານທີ່ປະຈໍາການຂອງຈຸລົດ. ພາບ: qdnd.vn

leftcenterrightdel
ພົນຈັດຕະວາ ຟ້າມເຈື່ອງເຊີນ ເປັນປະທານການກວດກາທີ່ກອງພົນນ້ອຍ 84. ພາບ: qdnd.vn

ສະຫຼຸບການກວດກາ, ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ ຍ້ອງຍໍຊົມເຊີຍ ພະນັກງານ, ນັກຮົບກອງພົນນ້ອຍ 84 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ໃນໄລຍະຜ່ານມາ; ຮຽກຮ້ອງໃຫ້ກົມກອງ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ບໍ່ປະໝາດ, ໃກ້ຊິດຕິດແທດກັບໜ້າທີ່ ແລະຊາບຊຶມໃຫ້ພະນັກງານ, ນັກຮົບ ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບໜ້າທີ່ກຽມພ້ອມສູ້ຮົບໃນໄລຍະຕໍ່ໜ້າ; ປະຕິບັດເຂັ້ມງວດກົດໝາຍຂອງລັດ, ລະບຽບວິໄນກອງທັບ, ຄຸ້ມຄອງຈໍານວນພົນຢ່າງແໜ້ນແຟ້ນ, ກໍາແໜ້ນແນວຄິດພະນັກງານ, ນັກຮົບຢ່າງທັນການ; ສົມທົບກັບອໍານາດການປົກຄອງ ແລະກໍາລັງທີ່ກ່ຽວຂ້ອງທ້ອງຖິ່ນໃນການປະຕິບັດໜ້າທີ່ກຽມພ້ອມສູ້ຮົບ,  ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ...

leftcenterrightdel
ພົນຈັດຕະວາ ຟ້າມເຈື່ອງເຊີນ ມອບຂອງຂວັນ, ອວຍພອນບຸນເຕັດພະນັກງານ, ນັກຮົບກອງພົນນ້ອຍ 84. ພາບ: qdnd.vn

ເນື່ອງໃນໂອກາດຕ້ອນຮັບປີໃໝ່, ຕາງໜ້າການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ ຟ້າມເຈື່ອງເຊີນ ໄດ້ມອບຂອງຂວັນ ແລະອວຍພອນພະນັກງານ, ນັກຮົບກອງພົນນ້ອຍ 84 ຕ້ອນຮັບປີໃໝ່ມ່ວນຊື່ນ, ມີຄວາມຜາສຸກ ແລະບັນລຸໝາກຜົນຫຼາຍກວ່ານີ້ອີກ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ ເປັນຢ່າງດີ.

ໂດຍ: ກວຽດເຕິມ