leftcenterrightdel
ພົນເອກ ຟານວັນຢາງ ຢ້ຽມຢາມ ແລະອວຍພອນບຸນເຕັດ ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 7 ແລະບັນດາກົມກອງ, ໂຮງຮຽນ. ພາບ: ຊວນເກື່ອງ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023, ທ່ານລັດຖະມົນຕີ ຟານວັນຢາງ ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບບັນດາກົມກອງຈົ່ງຢູ່ດີມີແຮງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ, ພ້ອມທັງຮຽກຮ້ອງໃຫ້ພະນັກງານ, ນັກຮົບບັນດາກົມກອງ ສືບຕໍ່ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ອອກແຮງສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ຍົກສູງຄຸນທາດການເມືອງ, ຄຸນນະພາບການຝຶກແອບ, ກໍ່ສ້າງລະບຽບແບບແຜນ, ຝຶກຝົນຫຼໍ່ຫຼອມລະບຽບວິໄນກວ່າອີກ, ປະຕິບັດສໍາເລັດທຸກໜ້າທີ່; ກໍ່ສ້າງອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ເປັນຕົວແບບ, ດີເດັ່ນ.

leftcenterrightdel
ພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຊວນເກື່ອງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຊວນເກື່ອງ.
leftcenterrightdel
ພົນເອກ ຟານວັນຢາງ ມອບຂອງຂວັນບຸນເຕັດ ໃຫ້ກໍາລັງປະກອບອາວຸດທະຫານເຂດ 7. ພາບ: ຊວນເກື່ອງ.

ໃນປີໜ້າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ບັນດາກົມກອງສືບຕໍ່ຮໍ່າຮຽນ, ຊາບຊຶມ ແລະປະຕິບັດບັນດາມະຕິ, ຄໍາສັ່ງຂອງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງມີປະສິດທິຜົນ, ສຸມໃສ່ປະຕິບັດ 3 ພາລະບົດບາດຂອງກອງທັບໃຫ້ເປັນຢ່າງດີ, ຍົກສູງຄວາມສາມາດນໍາພາ, ກໍາລັງແຮງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກ ແລະຖັນແຖວພະນັກງານ, ສະມາຊິກພັກ. ຈັດຕັ້ງບັນດາຂະບວນການແຂ່ງຂັນ, ໂຄສະນາເຜີຍແຜ່ໃຫ້ເປັນຢ່າງດິີ, ຮັບປະກັນອັດຕາການກິນບຸນເຕັດ ໃຫ້ທຸກເປົ້າໝາຍຕາມຂໍ້ກໍານົດ, ຮັບປະກັນໃຫ້ທະຫານ ຕ້ອນຮັບບຸນປີໃໝ່ດ້ວຍຄວາມມ່ວນຊື່ນ, ປອດໄພ, ປະຢັດມັດທະຍັດ, ກຽມພ້ອມສູ້ຮົບສູງ. ສົມທົບກັບບັນດາທ້ອງຖິ່ນເບິ່ງແຍງດູແລບຸນເຕັດໃຫ້ເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກໃນບໍລິເວນຕັ້ງທັບຢ່າງຮອບຄອບຖີ່ຖ້ວນ, ປະຕິບັດນະໂຍບາຍແນວຫຼັງກອງທັບໃຫ້ເປັນຢ່າງດີ...

ໂດຍ: ໄຊຊະນະ