ເຂົ້າຮ່ວມຊຸດຝຶກອົບຮົມມີບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາຈາກບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ແລະວິທະຍາຄານ, ໂຮງຮຽນກອງທັບ. ບັນດາຄູອາຈານແມ່ນພະນັກງານມີປະສົບການ ທີ່ກໍາລັງເຮັດວຽກຢູ່ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກົມປ້ອງກັນພາຍໃນກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ແລະກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ.

leftcenterrightdel
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ແຄ໊ງເງິນ

ໃນເວລາສອງມື້, ນັກສໍາມະນາກອນ ຈະໄດ້ຮັບການແນະນຳກ່ຽວກັບບັນດາທັກສະທີ່ຈຳເປັນເພື່ອຮັບໃຊ້ຄະນະແຂກສາກົນ ແລະລຶ້ງເຄີຍກັບສະຖານທີ່ດຳເນີນເຫດການທີ່ງານວາງສະແດງ. ພ້ອມກັນນັ້ນ, ຜ່ານການຝຶກອົບຮົມກໍ່ຈະປະກອບສ່ວນຍົກສູງຄວາມຮັບຮູ້ດ້ານການເມືອງ ແລະຄວາມຮັບຜິດຊອບຕໍ່ຖັນແຖວນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາໃນການຮັບໃຊ້ບັນດາເຫດການພົວພັນຕ່າງປະເທດສຳຄັນຂອງປະເທດ ແລະກອງທັບ.

ກ່າວຄຳເຫັນທີ່ພິທີເປີດ, ທ່ານ ພັນເອກພິເສດ ຟ້າມແມ້ງຖັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າອະນຸກຳມະການພິທີການງານວາງສະແດງ ໄດ້ສະເໜີໃຫ້ຊຸດຝຶກອົບຮົມຕ້ອງຊາບຊຶມ, ເສີມຂະຫຍາຍຄວາມຮັບຜິດຊອບ ແລະຄວາມເອກອ້າງທະນົງໃຈທີ່ໄດ້ຮັບໃຊ້ການເຄື່ອນໄຫວທີ່ມີຄວາມໝາຍນີ້ຂອງກະຊວງປ້ອງກັນປະເທດ; ຕັ້ງໜ້າຮ່ຳຮຽນເອົາຄວາມຮູ້, ເປັນເຈົ້າການສ້າງມາດຕະການຜັນຂະຫຍາຍການປະຕິບັດໜ້າທີ່; ໃນການຮັບໃຊ້ຄະນະຜູ້ແທນ, ຕ້ອງສະແດງໃຫ້ເຫັນມູນເຊື້ອຮັກແຂກແພງຄົນ, ຮູບພາບອັນດີງາມຂອງທະຫານລຸງໂຮ່. ສຳລັບບັນດາຄູອາຈານ ຕ້ອງຖ່າຍທອດຄວາມຮູ້ຢ່າງກະທັດຣັດ, ມີເນື້ອແທ້ເພື່ອໃຫ້ນັກສໍາມະນາກອນ ກໍາໄດ້ງ່າຍ ແລະນໍາໃຊ້ໄດ້ຢ່າງສະດວກ.

ໂດຍ: ກວຽດເຕິມ