ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະເຈລະຈາ ແລະເຂົ້າຮ່ວມງານລ້ຽງທາງການ, ເຊັນ ແລະແລກປ່ຽນເອກະສານຮ່ວມມື, ພົບປະກັບສື່ມວນຊົນ ແລະຢ້ຽມຊົມຮ້ານວາງສະແດງສິນຄ້າຫັດຖະກໍາຂອງ ໄທ.

ໃນຂອບເຂດການຢ້ຽມຢາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເຂົ້າຢ້ຽມຂໍໍ່ານັບທ່ານ Prawit Wongsuwan ຮອງນາຍົກລັດຖະມົນຕີໄທ; ແລະພ້ອມກັບທ່ານພົນເອກ Sanitchanok Sangkachan, ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດ ໄທ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ໄທ ຄັ້ງທີ 4; ຢ້ຽມຢາມສູນບັນຊາການເດີນທະເລ ໄທ (ໄທ MECC).

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ແລະພົນເອກ Sanitchanok Sangkachan ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ໄທ ຄັ້ງທີ 4. ພາບ: ມິງຫງອກ.

ທີ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ໄທ ຄັ້ງທີ 4, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕໍ່ທິດທາງການພົວພັນຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຈະມາເຖິງ ເພື່ອສືບຕໍ່ເພີ່ມທະວີການພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດກວ່າອີກ,  ພ້ອມກັນນໍາການພົວພັນຮ່ວມມືດ້ານປ້ອງກັນຊາດກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນລະຫວ່າງສອງປະເທດ ຢ່າງແທດຈິງ, ສຸມໃສ່ຜັນຂະຫຍາຍບັນດາຂົງເຂດສຳຄັນຢ່າງມີປະສິດທິຜົນ.

ທີ່ການເຂົ້າຢ້ຽມຂໍ່ານັບທ່ານ Prawit Wongsuwan ຮອງນາຍົກລັດຖະມົນຕີ ໄທ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍຖືເປັນສຳຄັນການປັບປຸງການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມກັບ ໄທ ຢ່າງບໍ່ຢຸດຢັ້ງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ໃນໄລຍະຈະມາເຖິງ, ລັດຖະບານ ໄທ ແລະທ່ານຮອງນາຍົກລັດຖະມົນຕີ ໄທ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

ທີ່ການຢ້ຽມຢາມສູນບັນຊາການເດີນທະເລ ໄທ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນຕໍາຫຼວດທະເລຫວຽດນາມ ແລະ ໄທ MECC ຊຸກຍູ້ການລົງນາມ, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືຕາມເນື້ອໃນຈິດໃຈ ໂດຍການນໍາຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບ ໂດຍໄວ; ສະເໜີ ໄທ MECC ແລະທະຫານເຮືອ ໄທ ສົມທົບກັນໂຄສະນາເຜີຍແຜ່ເພື່ອໃຫ້ຊາວປະມົງຂອງສອງປະເທດ ປະຕິບັດຕາມກົດໝາຍສາກົນ ແລະກົດໝາຍຂອງແຕ່ລະປະເທດ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະອຳນາດພິພາກສາແຫ່ງຊາດ, ກໍ່ຄືການປະພຶດມະນຸດສະທຳຕໍ່ກັບການລະເມີດ ໂດຍບໍ່ໄດ້ຕັ້ງໃຈຂອງຊາວປະມົງ.

ໂດຍ: ໄຊຊະນະ