ການຢ້ຽມຢາມ ດໍາເນີນແຕ່ວັນທີ 17-19 ພະຈິກ 2022, ເພື່ອແນໃສ່ຜັນຂະຫຍາຍຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”; ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງກອງທັບສອງປະເທດ ເວົ້າລວມ, ເວົ້າສະເພາະ ກົມໃຫຍ່ການເມືອງ ກອງທັບປະຊາຊົນສອງປະເທດ ກວ່າອີກ. ໃນຂອບເຂດການຢ້ຽມຢາມ, ສະຫາຍ ພົນເອກ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ເຂົ້າຢ້ຽມຂໍ່ານັບສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ພົບປະເຈລະຈາກັບສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ; ຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ແລະເຂົ້າຮ່ວມງານພົບປະນາຍທະຫານໜຸ່ມ ຫວຽດນາມ-ລາວ ໂດຍ ຊາວໜຸ່ມກອງທັບສອງປະເທດ ສົມທົບກັນຈັດຕັ້ງ...

ໜັງສືພິມກອງທັບປະຊາຊົນ ຂໍແນະນໍາເຖິງເພື່ອນຜູ້ອ່ານການເຄື່ອນໄຫວຂອງສະຫາຍ ພົນເອກ ເລືອງເກື່ອງ ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບສະຫາຍ ພົນເອກ ເລືອງເກື່ອງ. ພາບ: ມິງແມ້ງ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ເຂົ້າຢ້ຽມຂໍ່ານັບ ແລະມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ. ພາບ: ມິງແມ້ງ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ແລະສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍບັນດາຜູ້ແທນ. ພາບ: ມິງແມ້ງ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ແລະສະຫາຍ ພົນໂທ ທອງລອຍ ສີລິວົງ ກວດແຖວກຽດຕິຍົດກອງທັບປະຊາຊົນ ລາວ. ພາບ: ມິງແມ້ງ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ທີ່ການພົບປະເຈລະຈາກັບສະຫາຍ ພົນໂທ ທອງລອຍ ສີລິວົງ. ພາບ: ມິງແມ້ງ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍ ພົນໂທ ທອງລອຍ ສີລິວົງ. ພາບ: ມິງແມ້ງ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ມອບຂອງຂວັນເປັນທີ່ລະນຶກໃຫ້ການນໍາກອງບັນຊາການທະຫານແຂວງຫຼວງພະບາງ. ພາບ: ມິງແມ້ງ.

ໂດຍ: ໄຊຊະນະ