ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ສວມບົດບາດສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອັງກິດ. ພົ້ນເດັ່ນແມ່ນສອງຝ່າຍໄດ້ຮັກສາປະສິດທິຜົນການພົວພັນຮ່ວມມືດ້ານປ້ອງກັນຊາດ ພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ; ຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດ ວາລະທີ 1 ປະສົບຜົນສໍາເລັດໃນຂອບເຂດການຢ້ຽມຢາມລາຊະອານາຈັກອັງກິດ ແລະອຽກລັງເໜືອ ຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໃນເດືອນມິຖຸນາ ປີ 2022 ດ້ວຍເນື້ອໃນແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຜັນຂະຫຍາຍການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈໍາ ຫວຽດນາມ. ພາບ: ເຟື່ອງລິງ

ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບົນພື້ນຖານບົດບັດທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2017, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດ ຈະສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ, ກໍ່ສ້າງ, ຮັກສາສັນຕິພາບ ສປຊ, ອຸດສາຫະກໍາປ້ອງກັນຊາດ... ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະເອົາໃຈໃສ່ ແລະຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1973-2023).

ທ່ານເອກອັກຄະລັດຖະທູດ Iain Frew ໃຫ້ຮູ້ວ່າ ປີ 2023 ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ແມ່ນກາລະໂອກາດເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດກວ່າອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາລວມຢູ່ພາກພື້ນ ແລະໃນໂລກ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຫວຽດນາມ-ອັງກິດ ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ