ຕາມແຜນການ, ຄະນະ ຈະເຂົ້າຢ້ຽມຂໍ່ານັບອໍານາການປົກຄອງ, ຜູ້ບັນຊາກົມກອງທະຫານເຮືອທີ່ຖານທັບ Lumut ຂອງທະຫານເຮືອມາເລເຊຍ; ຈັດງານລ້ຽງ, ພົບປະແລກປ່ຽນສິລະປະວັດທະນະທໍາເທິງກໍາປັ່ນ, ຢ້ຽມຢາມ ແລະພົບປະແລກປ່ຽນສິລະປະວັດທະນະທໍາ-ກິລາກັບທະຫານເຮືອມາເລເຊຍ; ຢ້ຽມຢາມປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຂອງທ້ອງຖິ່ນ ບ່ອນທີ່ກໍາປັ່ນມາ. 

leftcenterrightdel
ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກທ່າກໍາປັ່ນເດີນທາງໄປປະຕິບັດໜ້າທີ່. ພາບ: ໝີ້ແຮ້ງ.

ໃນໄລຍະເວລາຢູ່ມາເລເຊຍ, ກໍາປັ່ນ 286-ເລກຸ໊ຍດົນ ແລະກໍາປັ່ນ KLD TUNAS SAMUDERA ຂອງທະຫານເຮືອມາເລເຊຍ ຈະຈັດເປັນຮູບແຖວເພື່ອຖ່າຍຮູບລວມ. ໃນການເດີນທາງຢູ່ທະເລ ຈະສົມທົບກັບການຝຶກແອບເດີນທະເລທາງໄກ, ຍົກສູງຄວາມສາມາດບັນຊາ,  ແກ້ໄຂບັນດາກໍລະນີຕົວຈິງໃນທະເລ; ສອດແນມກໍາແໜ້ນສະພາບການຢູ່ບັນດາເຂດທະເລ ໃນການເດີນທາງ.  

ນອກນີ້, ການຢ້ຽມຢາມຍັງແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອສອງປະເທດຂຶ້ນຕື່ມ; ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ມາເລເຊຍ ໃຫ້ນັບມື້ນັບພັດທະນາ; ຍົກສູງຄວາມສາມາດປະສານສົມທົບໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລຂອງທະຫານເຮືອສອງປະເທດ, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ.

ໂດຍ: ໄຊຊະນະ