ພົນເອກ ເລືອງເກື່ອງ ຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນນາຍທະຫານບົກເລກ 2
ກປ.ອອນໄລ - ຕອນບ່າຍວັນທີ 21 ກັນຍາ, ຢູ່ແຂວງດົ່ງນາຍ, ທ່ານພົນເອກ ເລືອງເກື່ອງ, ກຳມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນນາຍທະຫານບົກ ເລກ 2.
    |
 |
ທ່ານພົນເອກ ເລືອງເກື່ອງ ລົງຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນນາຍທະຫານບົກເລກ 2. ພາບ: qdnd.vn |
ໃນ 9 ເດືອນຂອງປີ 2022, ໂຮງຮຽນນາຍທະຫານບົກ ເລກ 2 ໄດ້ຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິ, ຄຳສັ່ງ, ແຜນການ, ຄໍາແນະນໍາຂອງທຸກຂັ້ນກ່ຽວກັບວຽກງານສຶກສາ ແລະກໍ່ສ້າງຢ່າງເຂັ້ມງວດ. ໂຮງຮຽນໄດ້ບໍລິຫານ, ຈັດຕັ້ງການຝຶກແອບຢ່າງເຄັ່ງຄັດດ້ວຍທິດນຳ “ຄຸນນະພາບກໍ່ສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ” ໃຫ້ແກ່ນັກສໍາມະນາກອນຕາມແຜນການ, ຮັບປະກັນຄວາມປອດໄພ. ໂຮງຮຽນ ຫາກໍ່ຈັດພິທີເປີດສົກຮຽນໃໝ່ 2022-2023, ຮັບປະກັນອາວຸດຍຸດທະພັນເຕັກນິກຢ່າງທັນການ, ຄົບຊຸດ ໃຫ້ໜ້າທີ່ການສຶກສາ, ກໍ່ສ້າງ, ກຽມພ້ອມສູ້ຮົບ.
    |
 |
ທ່ານພົນເອກ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: qdnd.vn |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນເອກ ເລືອງເກື່ອງ ຮຽກຮ້ອງໃຫ້ໂຮງຮຽນສືບຕໍ່ເສີມຂະຫຍາຍບັນດາຜົນງານພົ້ນເດັ່ນໃນໄລຍະຜ່ານມາ, ຊີ້ນໍານຳພາຍູ້ແຮງການປ່ຽນແປງໃໝ່, ຍົກສູງຄຸນນະພາບການສຶກສາ, ກໍ່ສ້າງ, ສືບຕໍ່ສ້າງໂຄງການກໍ່ສ້າງໃຫ້ບັນລຸມາດຕະຖານຕິດກັບໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບໃນສະພາບການໃໝ່. ໂຮງຮຽນຄວນສືບຕໍ່ຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດການທະຫານ, ຍູ້ແຮງການຫັນປ່ຽນດີຈີຕອນໃນການສຶກສາ ແລະກໍ່ສ້າງ.
ເສີມຂະຫຍາຍລັກສະນະຕັ້ງໜ້າ, ຕື່ນຕົວ, ເປັນເຈົ້າການ, ປະດິດຄິດສ້າງຂອງນັກສໍາມະນາກອນ, ເພີ່ມທະວີການຮຽນ ແລະການສອນພາສາຕ່າງປະເທດ, ສ້າງຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາໃຫ້ຄົບຖ້ວນດ້ານຈຳນວນ, ຮັບປະກັນຄຸນນະພາບ. ໂຮງຮຽນ ເສີມຂະຫຍາຍກຳລັງແຮງສັງລວມ, ສາມັກຄີ, ເປັນເອກະພາບສູງ, ຍູ້ແຮງການປະຕິຮູບດ້ານບໍລິຫານການທະຫານ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສຶກສາ, ກໍ່ສ້າງຂອງໂຮງຮຽນ...
ໂດຍ: ເຈິ່ນຮວ່ຽນ