leftcenterrightdel
ການນຳກະຊວງປ້ອງກັນປະເທດ ແລະວິທະຍາຄານປ້ອງກັນຊາດ ຕ້ອນຮັບສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ກີມຫງອັກ
leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ກີມຫງອັກ

ກ່າວຄໍາເຫັນທີ່ພິທີໄຂ, ຕາງໜ້າການນຳພັກ, ລັດ, ສະຫາຍ ເວືອງດິ່ງເຫວ້ ຮັບຮູ້ວ່າ ໃນຊຸມປີຜ່ານມາ ວິທະຍາຄານປ້ອງກັນຊາດ ຍາມໃດກໍ່ສູ້ຊົນແກ້ໄຂຄວາມຫຍຸ້ງຍາກ, ເຮັດສຳເລັດໜ້າທີ່, ສົມເປັນສູນຝຶກແອບ-ກໍ່ສ້າງນາຍພົນ, ນາຍທະຫານຂັ້ນສູງ, ພະນັກງານວິທະຍາສາດ-ສິລະປະຍຸດການທະຫານຂອງກອງທັບປະຊາຊົນຫວຽດນາມ, ພ້ອມທັງແມ່ນສູນບໍາລຸງຄວາມຮູ້ດ້ານປ້ອງກັນຊາດໃຫ້ພະນັກງານຂັ້ນສູງຂອງພັກ ແລະລັດ.

ສະຫາຍ ເວືອງດິ່ງເຫວ້ ເນັ້ນໜັກວ່າ ວິທະຍາຄານປ້ອງກັນຊາດ ຄວນສືບຕໍ່ຊາບຊຶມ, ປະຕິບັດມະຕິສູນກາງ 8 (ຊຸດທີ XI) ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່; ສືບທອດ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງບົດຮຽນໃນການປົກປັກຮັກສາປະເທດ, ສິລະປະຍຸດການທະຫານຂອງບັນພະບຸລຸດເຮົາ; ປະຕິບັດວຽກງານສະຫຼຸບພຶດຕິກໍາຕົວຈິງ, ພັດທະນາທິດສະດີການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເພື່ອເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບບັນຫາຍຸດທະສາດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທະຫານ, ເປັນຕົ້ນແມ່ນຄວາມຮັບຮູ້ໃໝ່, ຈິນຕະນາການໃໝ່ກ່ຽວກັບການປົກປັກຮັກສາປະເທດຊາດ; ກຳແໜ້ນທັດສະນະຂອງພັກ ກ່ຽວກັບສາຍພົວພັນລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບການເພີ່ມທະວີ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບການຕ່າງປະເທດ... ຄົ້ນພົບບັນດາບັນຫາ ແລະວິທີແກ້ໄຂໃໝ່ເພື່ອເປັນເສນາທິການ, ສະເໜີ, ເພື່ອເປັນພື້ນຖານໃຫ້ອົງການຈັດຕັ້ງປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ບັນດາອົງການ, ກະຊວງ, ຂະແໜງການ, ທ້ອງຖິ່ນໃນທົ່ວປະເທດ.

leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກັບບັນດາສະຫາຍການນຳກະຊວງປ້ອງກັນປະເທດ, ພະນັກງານຫຼັກແຫຼ່ງຂອງວິທະຍາຄານປ້ອງກັນຊາດ. ພາບ: ກີມຫງອັກ

ສະຫາຍ ເວືອງດິ່ງເຫວ້ ຮຽກຮ້ອງໃຫ້ວິທະຍາຄານປ້ອງກັນຊາດ ສຸມໃສ່ບໍາລຸງສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານ, ຄູອາຈານ ແລະນັກວິທະຍາສາດ, ມີຄຸນທາດການເມືອງທີ່ໝັ້ນຄົງເຂັ້ມແຂງ, ເກັ່ງດ້ານວິຊາສະເພາະ, ວິຊາການ, ມີຈິນຕະນາການຍຸດທະສາດຢ່າງເລິກເຊິ່ງ, ມີສະຕິປັນຍາ ແລະກໍາລັງຄວາມສາມາດພຶດຕິກຳຕົວຈິງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່.

ໂດຍ: ເຈິ່ນຮວ່ຽນ