ຕາງໜ້າຄະນະປະຕິບັດງານ, ທ່ານພົນຈັດຕະວາ ຫງວຽນວັນຕ່ຽນ ເນັ້ນໜັກວ່າ ຫວຽດນາມ ແລະກໍາປູເຈຍ ແມ່ນສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອສະໜິດຕິດພັນ; ພ້ອມທັງຕີລາຄາສູງການພົວພັນສະໜິດແໜ້ນລະຫວ່າງກອງບັນຊາການທະຫານເຂດ 9 ກັບບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ ໃນການສົມທົບກັນຜັນຂະຫຍາຍປະຕິບັດບັນດາເອກະສານຕົກລົງຢ່າງມີປະສິດທິຜົນ, ຮັກສາການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ, ເຄົາລົບເອກະລາດອະທິປະໄຕຂອງແຕ່ລະປະເທດ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານເຂດ 9 ມອບຂອງຂວັນໃຫ້ການນໍາກອງບັນຊາການທະຫານ Kampong Chhnamg. ພາບ: ກວາງດຶກ.

ບັນດານາຍທະຫານຂັ້ນສູງຂອງກອງທັບລາດຊະວົງກໍາປູເຈຍ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ສະຫງວນໃຫ້ປະຊາຊົນກໍາປູເຈຍ ໃນຂະບວນການຕໍ່ສູ້ໂຄ່ນລົ້ມລະບອບດັບສູນເຊື້ອຊາດກ່ອນນີ້ ກໍ່ຄືໃນການສ້າງສາ ແລະພັດທະນາປະເທດໃນປະຈຸບັນ; ຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອທາງດ້ານວັດຖຸ, ຈິດໃຈຂອງກອງບັນຊາການທະຫານເຂດ 9 ທີີ່ສະຫງວນໃຫ້ບາງກົມກອງຂອງກອງທັບລາດຊະວົງກໍາປູເຈຍ; ປາດຖະໜາຢາກໃຫ້ການຮ່ວມມືລະຫວ່າງສອງຝ່າຍສືບຕໍ່ພັດທະນາຢ່າງແຮງ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນສູງ, ເພື່ອສັນຕິພາບ, ສະຖຽນລະພາບ, ເອກະລາດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດ. ເຊື່ອໝັ້ນວ່າ ການຢ້ຽມຢາມທີ່ມີຄວາມໝາຍຂອງຄະນະປະຕິບັດງານກອງບັນຊາການທະຫານເຂດ 9 ຈະປະກອບສໍາຄັນເຂົ້າໃນຜົນສຳເລັດຂອງ “ປີສາມັກຄີມິດຕະພາບ ຫວຽດນາມ-ກໍາປູເຈຍ”, ອວຍພອນສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກໍາປູເຈຍ (24-6-1967 / 24-6-2022).

ໂດຍ: ຈາງຫງວຽນ