ກ່າວຄໍາເຫັນທີ່ພິທີເປີດ, ທ່ານພັນເອກພິເສດ ເລງອກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງຊຸດບໍາລຸງສ້າງວິຊາສະເພາະສື່ມວນຊົນໃນທົ່ວກອງທັບ ຊຸດທີ 12 ປີ 2022 ໄດ້ຫວນຄືນມູນເຊື້ອສະຫງ່າອົງອາດຂອງໜັງສືພິມໄດ້ຮັບນາມມະຍົດວິລະຊົນສອງເທື່ອ, ປະທານ ໂຮ່ຈີມິນ ໄດ້ຕັ້ງຊື່ໃຫ້; ພ້ອມທັງຢັ້ງຢືນເຖິງຄວາມສໍາຄັນຂອງບັນດາຊຸດຮຽນຊ່ວຍຍົກສູງຈໍານວນ, ຄຸນນະພາບຖັນແຖວນັກຂຽນຂ່າວອາຊີບ ແລະບໍ່ເປັນອາຊີບໃນກອງທັບ; ເຂົ້າຮ່ວມຊຸດບໍາລຸງສ້າງວິຊາສະເພາະສື່ມວນຊົນແມ່ນກາລະໂອກາດເພື່ອໃຫ້ນັກສໍາມະນາກອນຍົກສູງບົດຮຽນ, ປະສົບການກ່ຽວກັບວິທີຂຽນຂ່າວ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີເປີດຊຸດບໍາລຸງສ້າງວິຊາສະເພາະສື່ມວນຊົນ. ພາບ: ກີມເງິນ.

ຊຸດບໍາລຸງສ້າງຈະປະກອບຄວາມຮູ້ພື້ນຖານກ່ຽວກັບສື່ມວນຊົນປະຕິວັດຫວຽດນາມ ໃຫ້ສໍາມະນາກອນ, ແນະນໍາວິທີຂຽນຂ່າວ, ຖ່າຍຮູບ, ຜະລິດ video clip... ເພື່ອແຈ້ງຂ່າວກ່ຽວກັບການເຄື່ອນໄຫວຂອງບັນດາກົມກອງ, ອົງການ, ທ້ອງຖິ່ນ. ດ້ວຍຄວາມຮູ້ທີ່ຊຸດຮຽນສະໜອງໃຫ້, ເມື່ອກັບຄືນກົມກອງ, ບັນດາສໍາມະນາກອນຈະແມ່ນຜູ້ສື່ຂ່າວ, ຜູ້ຮ່ວມງານຂອງໜັງສືພິມກອງທັບປະຊາຊົນ; ພ້ອມທັງຕັ້ງໜ້າເຂົ້າຮ່ວມວຽກງານສື່ຂ່າວ, ໂຄສະນາຢູ່ຮາກຖານ.

ຊຸດບໍາລຸງສ້າງວິຊາສະເພາະສື່ມວນຊົນໃນທົ່ວກອງທັບ ຊຸດທີ 12 ປີ 2022 ຢູ່ພາກກາງ-ເຂດໄຕງວຽນ ຈັດຕັ້ງໃນລະຫວ່າງວັນທີ 12-18 ສິງຫາ.

ໄດຍ: ຈາງຫງວຽນ