ທ່ານພົນຕີ ຈີ້ງວັນກວຽດ ໄດ້ຢ້ຽມຊົມຮ້ານວາງສະແດງຂອງຄະນະຫວຽດນາມ ພາຍໃຕ້ຫົວຂໍ້ວ່າ “ມໍລະດົກວັດທະນະທໍາການທະຫານຫວຽດນາມ”, ຢ້ຽມຊົມຮ້ານວາງສະແດງຂອງທີມສະຫະພັນລັດເຊຍ, ຮັບຟັງບັນດາຂໍ້ສະເໜີຂອງທີມເພື່ອນ ແລະຊີ້ນໍາບັນດາອົງການທີ່ກ່ຽວຂ້ອງໜູນຊ່ວຍຢ່າງທັນການ, ສ້າງເງື່ອນໄຂໃຫ້ບັນດາທີມຢ່າງສຸດຂີດ; ພ້ອມທັງລະດົມກໍາລັງໃຈບັນດາກໍາລັງຮັບໃຊ້ ແລະກໍາລັງເຂົ້າຮ່ວມການເຄື່ອນໄຫວວັດທະນະທໍາ, ສິລະປະທີ່ການແຂ່ງຂັນ “ເຂດອຸບັດຕິເຫດ” ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນຂອບເຂດ Army Games 2022.

leftcenterrightdel
ທ່ານພົນຕີ ຈີ້ງວັນກວຽດ ແລະຄະນະປະຕິບັດງານຢ້ຽມຊົມຮ້ານວາງສະແດງ “ມໍລະດົກວັດທະນະທໍາການທະຫານຫວຽດນາມ”. ພາບ: ຫວຽດຈຸງ.

ພາຍຫຼັງກວດກາທຸກການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຂອງກໍາລັງເຂົ້າຮ່ວມ Army Games 2022, ທ່ານພົນຕີ ຈີ້ງວັນກວຽດ ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຄວາມເປັນເຈົ້າການ, ຕັ້ງໜ້າຂອງບັນດາອົງການ, ກົມກອງໃນການເຊື່ອມຊຶມ, ຜັນຂະຫຍາຍບັນດາເນື້ອໃນກະກຽມໃຫ້ງານແຂ່ງຂັນການທະຫານສາກົນ ຄັ້ງນີ້. ທ່ານພົນຕີ ຈີ້ງວັນກວຽດ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງສືບຕໍ່ສົມທົບກັນປະຕິບັດວຽກງານກະກຽມໃຫ້ເປັນຢ່າງດີເພື່ອໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ສິລະປະໃນງານແຂ່ງຂັນການທະຫານ ຄັ້ງນີ້ໃຫ້ສົມກັບງານແຂ່ງຂັນການທະຫານສາກົນ, ສ້າງຄວາມປະທັບໃຈ ແລະນໍ້າໃຈດີງາມກ່ຽວກັບປະເທດ ແລະປະຊາຊົນຫວຽດນາມ ໃນໃຈເພື່ອນມິດສາກົນ.

ໂດຍ: ຈາງຫງວຽນ