ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງອານຢາງ ນໍາໂດຍ ທ່ານພັນເອກພິເສດ ເຈິ່ນກວກແຄງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງອານຢາງ, ສ່ວນກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນແຂວງ Takeo ນໍາໂດຍທ່ານພົນຈັດຕະວາ La Lay ຫົວໜ້າກອງບັນຊາການສາລະວັດທະຫານແຂວງ Takeo.

leftcenterrightdel
ກອງບັນຊາການທະຫານຊາຍແດນອານຢາງ ແລະບັນດາກົມກອງໃນແຂວງ Takeo ແລກປ່ຽນສະພາບການປະຕິບັດໜ້າທີ່. ພາບ: ຮວ່າງເຈິນ

ທີ່ການພົບປະສັງສັນ, ສອງຝ່າຍມີການແລກປ່ຽນໂດຍສັງເຂບກ່ຽວກັບສະພາບການຢູ່ຊາຍແດນ, ສະພາບການພະຍາດໂຄວິດ-19 ແລະວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆໃນໄລຍະຜ່ານມາ; ພິເສດແມ່ນວຽກງານຄຸ້ມຄອງກ່ຽວກັບມະນຸດ, ຂົນສົ່ງສິນຄ້າຜ່ານສອງຝັ່ງຊາຍແດນ, ດ່ານຊາຍແດນ...

ໃນໄລຍະຜ່ານມາ, ບົນຈິດໃຈສາມັກຄີ, ມິດຕະພາບ, ກອງບັນຊາການທະຫານຊາຍແດນແຂວງອານຢາງ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກອງບັນຊາການຕໍາຫຼວດ, ກອງບັນຊາການສາລະວັດທະຫານ ແລະກອງບັນຊາການທະຫານແຂວງ Takeo ໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19 ເພື່ອບໍ່ໃຫ້ແຜ່ລະບາດຜ່ານຊາຍແດນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນກວກແຄງ ມອບເງິນຊ່ວຍເຫຼືອກອງບັນຊາການທະຫານແຂວງ Takeo. ພາບ: ຮວ່າງເຈິນ.

ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ເຈິ່ນກວກແຄງ ໄດ້ມອບເງິນ 699 ລ້ານດົ່ງ ໃຫ້ກອງບັນຊາການຕໍາຫຼວດ, ກອງບັນຊາການສາລະວັດທະຫານ ແລະກອງບັນຊາການທະຫານແຂວງ Takeo ເພື່ອແນໃສ່ໜູນຊ່ວຍງົບປະມານກໍ່ສ້າງພື້ນຖານໂຄງລ່າງ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະພາຕາແສງ.

ໂດຍ: ຈາງຫງວຽນ