ບົນນ້ຳໃຈສາມັກຄີ, ໄມຕີຈິດມິດຕະພາບ, ການແບ່ງປັນ ແລະຄວາມເຫັນອົກເຫັນໃຈກັບສະພາບການ, ການຜັນແປຂອງພະຍາດໂຄວິດ-19 ຢູ່ກໍາປູເຈຍ, ກອງບັນຊາການທະຫານຊາຍແດນແຂວງອານຢາງ ໄດ້ມອບເງິນ, ເຄື່ອງໃຊ້ທີ່ຈຳເປັນໃຫ້ກອງບັນຊາການຕຳຫຼວດ, ກອງບັນຊາການທະຫານແຂວງ, ກອງບັນຊາການສາລະວັດທະຫານ, ກອງພັນໃຫຍ່ປ້ອງກັນຊາຍແດນ 601, ກອງພັນຕຳຫຼວດປ້ອງກັນຊາຍແດນ 605, ຄ້າຍຕຳຫຼວດດ່ານສາກົນ Kaomxamna ແຂວງ Kandal ແລະກອງບັນຊາການຕໍາຫຼວດ, ກອງບັນຊາການທະຫານ, ກອງບັນຊາການສາລະວັດທະຫານ, ກອງພັນ 01 ທະຫານຊາຍແດນ. ກອງພັນຕຳຫຼວດປ້ອງກັນຊາຍແດນ 603, ຄ້າຍຕຳຫຼວດດ່ານສາກົນ Phnom Den ສັງກັດສອງແຂວງ Takeo ແລະ Kandal ຂອງກໍາປູເຈຍ. ເງິນ ແລະວັດຖຸອຸປະກອນທີ່ມອບໃນຄັ້ງນີ້ລວມຍອດມູນຄ່າເກືອບ 2 ຕື້ດົ່ງ.

leftcenterrightdel
ທ່ານພັນເອກພິເສດ ຟ້າມວັນຟອງ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງອານຢາງ ມອບເງິນ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກຳລັງກອງບັນຊາການທະຫານແຂວງ Takeo, ກຳປູເຈຍ. ພາບ: ຈ້ອງຮ່າ.

ຕາງໜ້າກຳລັງປະກອບອາວຸດແຂວງ Takeo, ທ່ານພົນຕີ ຊອກຊາມນາງ, ຫົວໜ້າກອງບັນຊາການຕຳຫຼວດແຂວງ Takeo ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍທີ່ລ້ຳຄ່າ, ທັນການທັງດ້ານວັດຖຸ ແລະຈິດໃຈຂອງທະຫານຊາຍແດນແຂວງອານຢາງ.

ທ່ານພົນຕີ ຊອກຊາມນາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງອານຢາງ ແລະກຳລັງປະກອບອາວຸດສອງແຂວງ Takeo, Kandal ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດໜ້າທີ່ຕ່າງໆບົນຈິດໃຈສາມັກຄີ, ສະໜິດຕິດພັນ, ໄມຕີຈິດມິດຕະພາບ. ທ່ານຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ສາມັກຄີເພື່ອຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

ໂດຍ: ແສງເດືອນ