ກໍາປັ່ນ 016-ກວາງຈຸງ ໄປເຖິງອ່າວ Jervis, ພ້ອມແລ້ວທີ່ຈະເຂົ້າຮ່ວມ Kakadu 2026
ກປ.ອອນໄລ - ຕອນທ່ຽງວັນທີ 18 ມີນາ, ຕາມເວລາທ້ອງຖິ່ນ, ກໍາປັ່ນ 016-ກວາງຈຸງ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ໄດ້ທອດສະໝໍ ຢູ່ອ່າວ Jervis, ລັດ New South Wales, ອົດສະຕາລີ, ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດພິທີສວນສະໜາມກໍາປັ່ນທະຫານເຮືອສາກົນສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອແຫ່ງລາຊະອານາຈັກ ອົດສະຕາລີ ຄົບຮອບ 125 ປີ ແລະການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Kakadu 2026.
    |
 |
|
ພັນເອກພິເສດ ຫງວຽນມິງແລ່ງ ຮອງຫົວໜ້າເສນາທິການທະຫານເຮືອ ເຂດ 4, ຫົວໜ້າຄະນະ ເປັນປະທານກອງປະຊຸມຖອດຖອນບົດຮຽນ. ພາບ: qdnd.vn |
ເລີ່ມເດີນທາງຈາກທ່າກໍາປັ່ນກາມແຣງ ໃນຕອນບ່າຍວັນທີ 23 ກຸມພາ, ກໍາປັ່ນ 016-ກວາງຈຸງ ໄດ້ເຂົ້າທຽບທ່າຖານທັບເຮືອ Coonawarra ຢູ່ ນະຄອນ Darwin, ພາກເໜືອ ອົດສະຕາລີ ໃນວັນທີ 5 ມີນາ ເພື່ອເຮັດວຽກງານພະລາທິການ, ເຕັກນິກສືບຕໍ່ໃຫ້ແກ່ການເດີນທາງໄປເຖິງນະຄອນ Sydney, ລັດ New South Wales ເພື່ອເຂົ້າຮ່ວມ Kakadu 2026.
    |
 |
|
ຊາບຊຶມໜ້າທີ່ທອດສະໝໍ. ພາບ: qdnd.vn |
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 18 ມີນາ, ທ່ານພັນເອກພິເສດ ຫງວຽນມິງແລ່ງ ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໃນກໍາປັ່ນ 016-ກວາງຈຸງ ໄດ້ເປັນປະທານກອງປະຊຸມຖອດຖອນບົດຮຽນໃນການເດີນທາງຈາກຫວຽດນາມ ເຖິງອົດສະຕາລີ ແລະຜັນຂະຫຍາຍປະຕິບັດບັນດາໜ້າທີ່ຂອງກໍາປັ່ນ 016-ກວາງຈຸງ ແລະຄະນະປະຕິບັດງານຢູ່ອົດສະຕາລີ.
    |
 |
|
ກໍາປັ່ນ 016-ກວາງຈຸງ ເຄື່ອນຍ້າຍເຂົ້າບ່ອນທອດສະໝໍ ໃນອ່າວ Jervis. ພາບ: qdnd.vn |
ຕາມນັ້ນແລ້ວ, ກໍາປັ່ນ 016-ກວາງຈຸງ ໄດ້ປະຕິບັດເນື້ອໃນແຜນການທີ່ວາງອອກເປັນຢ່າງດີ; ຮັບປະກັນຄວາມປອດໄພດ້ານບຸກຄະລາກອນ ແລະພາຫະນະຢ່າງເດັດຂາດ. ສະຫາຍຫົວໜ້າຄະນະ ຮຽກຮ້ອງໃຫ້ຈຸກໍາປັ່ນ ແລະຄະນະ ເສີມຂະຫຍາຍຈິດໃຈ, ຄວາມຮັບຜິດຊອບໃຫ້ສູງສຸດ ເພື່ອເຮັດສໍາເລັດໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດ ທີ່ອົດສະຕາລີ ໃນຄັ້ງນີ້ ຢ່າງດີເລີດ.
ຕາມແຜນການ, ວັນທີ 19 ມີນາ, ທ່ານພັນຕີ ດັ້ງວັນໂດ້ ກັບຕັນກໍາປັ່ນ 016-ກວາງຈຸງ ຈະເຂົ້າຮ່ວມການປະຊຸມທີ່ຖານທັບເຮືອ Creswell ເພື່ອເປັນເອກະພາບຕໍ່ແຜນການໃຫ້ແກ່ການເດີນທາງ ສົມທົບກັບການເຄື່ອນຍ້າຍຮູບແຖວ, ຖ່າຍຮູບມຸມສູງຈາກເຂດທອດສະໝໍອ່າວ Jervis ເຖິງທ່າເຮືອ Sydney (ວັນທີ 20 ມີນາ) ແລະພິທີສວນສະໜາມກໍາປັ່ນທີ່່ທ່າເຮືອ Sydney (ວັນທີ 21 ມີນາ).
ໂດຍ: ໄຊຊະນະ