ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກອງທັບສອງປະເທດເລິກເຊິ່ງຂຶ້ນຕື່ມ
ນັບແຕ່ຮຸ່ງເຊົ້າ, ຢູ່ຫໍວັດທະນະທໍາມິດຕະພາບຫວຽດນາມ-ຈີນ, ຕາແສງ ຮວ່າງໂມ, ແຂວງກວາງນິງ ຂອງຫວຽດນາມ ແລະສະໂມສອນວັດທະນະທໍານະຄອນ Dongxing, ແຂວງກວາງຊີ ຂອງຈີນ ມີຜູ້ຄົນຄັບຄາໜາແໜ້ນເຕັມໄປໝົດ. ນີ້ແມ່ນສະຖານທີ່ສອງແຫ່ງທີ່ດໍາເນີນການກວດ, ປິ່ນປົວພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນຫວຽດນາມ-ຈີນ. ການເຄື່ອນໄຫວທີ່ມີຄວາມໝາຍນີ້ນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 10.
    |
 |
|
ທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ (ຢູ່ນອກສຸດ, ເບື້ອງຂວາ) ແລະທ່ານພັນໂທ Xiaojun (ຜູ້ທີສອງ, ນັບແຕ່ເບື້ອງຂວາມາ) ສົມທົບກັນກວດພະຍາດໃຫ້ຄົນເຈັບ. ພາບ: qdnd.vn |
ຈຸດພິເສດຂອງການກວດ, ປິ່ນປົວພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າແມ່່ນຢູ່ທັງສອງຟາກຊາຍແດນ, ບັນດາແພດໝໍທະຫານຫວຽດນາມ ແລະຈີນ ໄດ້ສົມທົບກັນຢ້ຽມຢາມ, ກວດພະຍາດໃຫ້ປະຊາຊົນ. ຢູ່ຫວຽດນາມ, ມີການເຂົ້າຮ່ວມຂອງພະນັກງານ, ນັກຮົບ, ນັກຊ່ຽວຊານການແພດຂຶ້ນກັບກົມເສນາຮັກ, ສະຖາບັນການແພດ ແລະການຢາພື້ນເມືອງກອງທັບ, ກໍາລັງທະຫານເຂດ 3 ແລະແພດທະຫານຊາຍແດນ, ພ້ອມກັບທ່ານໝໍຂອງຈີນ 20 ຄົນ, ເປັນຕົ້ນແມ່ນມາຈາກໂຮງໝໍ 924 ຂຶ້ນກັບທະຫານຮັບປະກັນພະລາທິການປະສົມ, ສູນ Guilin. ສ່ວນຢູ່ ຈີນ, ກົມເສນາຮັກຂອງຈີນ ເປັນປະທານ, ຄະນະຂອງຫວຽດນາມ ໄດ້ຈັດສົ່ງແພດໝໍ 20 ຄົນ ໄປສົມທົບກັນປະຕິບັດໜ້າທີ່. ຮູບພາບຂອງແພດໝໍສອງປະເທດຢືນຢູ່ ເຂດກວດພະຍາດແຫ່ງໜຶ່ງ, ພ້ອມກັນຮັບຟັງ, ພ້ອມກັນກວດພະຍາດ, ໃຫ້ຄໍາປຶກສາແກ່ປະຊາຊົນທີ່ຢູ່ສອງຟາກຊາຍແດນ ໄດ້ເຮັດໃຫ້ການເຄື່ອນໄຫວນີ້ຢູ່ເໜືອຄວາມໝາຍຂອງການກວດພະຍາດແບບທົ່ວໄປ. ນັ້ນແມ່ນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມືດ້ານວິຊາສະເພາະ, ຂອງນ້ຳໃຈແຫ່ງການແບ່ງປັນ ແລະຂອງນໍ້າໃຈມິດຕະພາບທີ່ໄດ້ຫັນການກະທໍາເປັນລະອຽດ.
    |
 |
|
ແພດໝໍຫວຽດນາມ ແລະຈີນ ສົມທົບກັນກວດ, ປິ່ນປົວພະຍາດ. ພາບ: |
ຕາມທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ-ເຕັກນິກ ໃຫ້ຮູ້ວ່າ ການເຄື່ອນໄຫວກວດ, ປິ່ນປົວພະຍາດແມ່ນມີຄວາມໝາຍດ້ານການເມືອງ, ສັງຄົມ ແລະມະນຸດສະທໍາອັນສູງສົ່ງ ເພື່ອແນໃສ່ຕອບບຸນແທນຄຸນຕໍ່ການຊ່ວຍເຫຼືອ, ອຸປະຖຳຄ້ຳຊູຂອງປະຊາຊົນ, ອໍານາດການປົກຄອງທ້ອງຖິ່ນສໍາລັບກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈສາມັກຄີມິດຕະພາບຂອງປະຊາຊົນ, ຂອງກອງທັບສອງປະເທດເວົ້າລວມ ແລະກໍາລັງແພດໝໍທະຫານເວົ້າສະເພາະ.
ໃນຂະນະນັ້ນ, ທ່ານພັນໂທ Xiaojun ຫົວໜ້າໂຮງໝໍ 924 ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພ້ອມກັບກໍາລັງແພດທະຫານຂອງກອງທັບປະຊາຊົນຫວຽດນາມ ຜັນຂະຫຍາຍລາຍການທີ່ມີຄວາມໝາຍມະນຸດສະທໍານີ້. ຕາມທ່ານພັນໂທ Xiaojun ແລ້ວ, ການເຄື່ອນໄຫວກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການຫັນຄວາມຮັບຮູ້ລວມລະຫວ່າງສອງປະເທດກ່ຽວກັບການສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດຫວຽດນາມ-ຈີນ ເປັນລະອຽດ, ພ້ອມທັງແມ່ນບາດກ້າວເດີນທີ່ແທດຈິງເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມື, ການພົບປະແລກປ່ຽນມິດຕະພາບລະຫວ່າງກອງທັບສອງປະເທດເລິກເຊິ່ງຂຶ້ນຕື່ມ.
ເຮັດຈົນສຸດໃຈເພື່ອປະຊາຊົນເຂດຊາຍແດນ
ເຂົ້າຮ່ວມການເຄື່ອນໄຫວກວດ, ປິ່ນປົວພະຍາດຢູ່ເຂດຊາຍແດນຫວຽດນາມ ແລະຈີນ ແມ່ນຖັນແຖວແພດໝໍທີ່ມີລະດັບວິຊາສະເພາະສູງ, ດ້ວຍວັດຖຸອຸປະກອນ, ເຄື່ອງຈັກທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກວດ ແລະພົບເຫັນພະຍາດທີ່ບໍ່ຮ້າຍແຮງໃຫ້ປະຊາຊົນ. ຄຽງຂ້າງກັນນັ້ນ, ບັນດາແພດໝໍກໍ່ໂຄສະນາຄວາມຮູ້ກ່ຽວກັບການເບິ່ງແຍງດູແລສຸຂະພາບ, ໃຫ້ຄໍາປຶກສາຢ່າງເລິກເຊິ່ງສໍາລັບພະຍາດຮ້າຍແຮງ, ສັບສົນ, ປະກອບສ່ວນຍົກສູງຄຸນນະພາບການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ. ຜ່ານການກວດພະຍາດ, ແພດໝໍຫຼາຍທ່ານໄດ້ພົບເຫັນພະຍາດຫຼາຍກໍລະນີພວມຢູ່ໃນໄລຍະທໍາອິດ ແລະໄດ້ໃຫ້ຄໍາປຶກສາ, ແຈກຢຸກຢາໃຫ້ພໍ່ແມ່ປະຊາຊົນ ເພື່ອສາມາດໄປປິ່ນປົວໂດຍໄວ, ບໍ່ໃຫ້ພະຍາດລຸກລາມເປັນໜັກຂຶ້ນກວ່ານີ້ອີກ.
ແມ່ເຖົ້າ ຈີວຕ໊າຍມູຍ, ອາຍຸ 79 ປີ, ຊາວຊົນເຜົ່າ ຢ້າວແທງຟານ ຢູ່ບ້ານ ພາຍເລົາ (ຕາແສງຮວ່າງໂມ, ແຂວງກວາງນິງ), ມັກເຈັບຫົວຕະຫຼອດ, ແຕ່ວ່າຄອບຄົວຫຍຸ້ງຍາກຫຼາຍດັ່ງນັ້ນແມ່ເຖ້ົາຈຶ່ງບໍ່ມີໂອກາດໄປກວດຢູ່ໂຮງໝໍ. ເທື່ອນີ້ໄດ້ແພດໝໍທະຫານຫວຽດນາມ ແລະຈີນຫຼາຍຄົນມາກວດພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າ, ແມ່ເຖ້ົາ ມູຍ ດີໃຈຫຼາຍ.
    |
 |
|
ແພດໝໍຫຼາຍຄົນກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ ແລະແນະນຳວິທີນໍາໃຊ້ຢາ ໃຫ້ປະຊາຊົນຢ່າງສຸດໃຈ. ພາບ: qdnd.vn |
ພຽງແຕ່ວັນດຽວ, ແພດທະຫານຂອງຫວຽດນາມ ແລະຈີນ ຫຼາຍຄົນໄດ້ກວດພະຍາດ, ກວດສຸຂະພາບ, ໃຫ້ຄໍາປຶກສາ, ແນະນໍາກ່ຽວກັບການປ້ອງກັນ ແລະປິ່ນປົວພະຍາດກໍ່ຄືການແຈກຢຸກຢາໂດຍບໍ່ເສຍຄ່າໃຫ້ປະມານ 1.700 ເທື່ອຄົນ ຢູ່ເຂດຊາຍແດນຫວຽດນາມ ແລະຈີນ...
ໃນຂອບເຂດລາຍການ, ຄະນະແພດທະຫານໄດ້ມອບຂອງຂວັນ 10 ພູດໃຫ້ຄອບຄົວເປົ້າໝາຍນະໂຍບາຍຂອງຕາແສງຮວ່າງໂມ, ພ້ອມທັງໄປຮອດເຮືອນເພື່ອກວດພະຍາດ, ແຈກຢາ, ໃຫ້ຄໍາປຶກສາດ້ານສຸຂະພາບໃຫ້ແກ່ຄົນເຈັບໜັກທີ່ບໍ່ສາມາດໄປຍັງບ່ອນກວດພະຍາດໄດ້. ສາມາດເຫັນໄດ້ວ່າ ແພດທະຫານໄດ້ຮັບໃຊ້ປະຊາຊົນຢ່າງສຸດໃຈ. ໂດຍແມ່ນຜູ້ທີ່ເຂົ້າຮ່ວມໃນຄະນະແພດກວດ, ປິ່ນປົວພະຍາດ 3 ຄັ້ງ ໃຫ້ປະຊາຊົນຢູ່ເຂດຊາຍແດນຫວຽດນາມ ແລະຈີນ, ທ່ານພັນເອກ ຫງວຽນວັນເລິນ ສັງກັດສະຖາບັນການແພດ ແລະການຢາພື້ນເມືອງກອງທັບ ໃຫ້ຮູ້ວ່າ: “ຄວາມຮູ້ສຶກຂອງຂ້າພະເຈົ້າຍັງຄືກັບຄັ້ງທຳອິດ, ນັ້ນແມ່ນຄວາມກະຕືລືລົ້ນ, ຄວາມສຸດອົກສຸດໃຈຂອງແພດທະຫານເມື່ອໄດ້ນຳເອົາຄວາມຮູ້, ບົດຮຽນຂອງຕົນເພື່ອມາເບິ່ງແຍງດຸແລ, ຮັກສາສຸຂະພາບໃຫ້ພໍ່ແມ່ປະຊາຊົນ”.
    |
 |
|
ທ່ານພັນເອກ ຫງວຽນວັນເລິນ (ຜູ້ທີສາມ, ນັບຈາກເບື້ອງຂວາມາ) ພ້ອມເພື່ອນຮ່ວມງານຈີນ ກວດພະຍາດໃຫ້ຄົນເຈັບ. ພາບ: qdnd.vn |
ທ່ານພັນເອກ ຫງວຽນວັນເລິນ ແບ່ງປັນວ່າໃນຂັ້ນຕອນການກວດພະຍາດ, ອ້າຍໄດ້ສົມທົບກັບເພື່ອນຮ່ວມງານຈີນ ເພື່ອວາງວິທີປິ່ນປົວດີທີ່ສຸດໃຫ້ ພໍ່ແມ່ປະຊາຊົນ. ທ່ານພັນເອກ ຫງວຽນວັນເລິນ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າພ້ອມກັນກວດພະຍາດ, ພ້ອມກັນແລກປ່ຽນກ່ຽວກັບພະຍາດປະເພດຕ່າງໆ. ດ້ວຍວິຊາສະເພາະ ແລະບົດຮຽນຂອງຕົນ, ພວກຂ້າພະເຈົ້າເຂົ້າໃຈກັນໄວທີ່ສຸດ. ດ້ວຍສາຍຕາທີ່ເຊື່ອໝັ້ນ ແລະຮອຍຍິ້ມຂອງພໍ່ແມ່ປະຊາຊົນເມື່ອໄດ້ກວດພະຍາດ, ໄດ້ຮັບຢາ, ພວກຂ້າພະເຈົ້າຮູ້ສຶກວ່າ ຄວາມອິດເມື່ອຍໄດ້ຫາຍໄປໝົດ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານວິຊາສະເພາະເທົ່ານັ້ນ ຫາກຍັງແມ່ນການສະແດງໃຫ້ເຫັນອາລົມຈິດ, ນ້ຳໃຈຄວາມຮັກແພງ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ”.
ໂດຍ: ໄຊນີດາ