ຜູ້ບັນຊາການກອງກໍາປັ່ນທະຫານເຮືອສອງປະເທດ ໄດ້ສົມທົບກັນຝຶກແອບເນື້ອໃນຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຫວຽດນາມ-ຈີນ ເຂົ້າຮ່ວມກິດຈະກຳຕ່າງໆຢູ່ທີ່ພິທີເລີ່ມການລາດຕະເວນຮ່ວມ. ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແລະກອງກໍາປ່ັນ 015-ເຈິ່ນຮືງດ້າວ, ກໍາປັ່ນ 012-ຫຼີຖາຍໂຕ ກໍ່ໄດ້ກວດກາຄືນການກະກຽມທຸກດ້ານ ເພື່ອຮັບປະກັນວິວັດການປະຕິບັດໜ້າທີ່ການລາດຕະເວນຮ່ວມ, ການຝຶກແອບຮ່ວມຢູ່ທະເລ ປະສົບຜົນສໍາເລັດ.

leftcenterrightdel
ຄະນະປະຕິບັດງານ ແລະນາຍທະຫານ, ລູກເຮືອຝຶກແອບເນື້ອໃນຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ມາຢ້ຽມຊົມກໍາປັ່ນ 015-ເຈິ່ນຮືງດ້າວ. ພາບ: qdnd.vn

ຕາມແຜນການ, ຕອນເຊົ້າວັນທີ 19 ມີນາ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈະມີໜ້າຢູ່ທ່າເຮືອ ຝາງແຈງ ເພື່ອຢ້ຽມຊົມກໍາປັ່ນທະຫານເຮືອສອງປະເທດ; ພ້ອມທັງຮັບຟັງຜູ້ບັນຊາການກອງກໍາປັ່ນສອງປະເທດ ລາຍງານກ່ຽວກັບວຽກງານກະກຽມ ແລະຂໍຄໍາສັ່ງອອກຈາກທ່າເຮືອ ໄປປະຕິບັດໜ້າທີ່ລາດຕະເວນຮ່ວມ, ການຝຶກແອບຮ່ວມ ຢູ່ເຂດທະເລອ່າວພາກເໜືອ.

ໂດຍ: ໄຊນີດາ