ກອງປະຊຸມສໍາມະນາ ແນໃສ່ໄຈ້ແຍກ, ເຮັດແຈ້ງແນວທາງ, ແຜນນະໂຍບາຍຊີ້ນໍາ, ນໍາພາຂອງກົມການເມືອງ, ສູນກາງພັກ ເພື່ອກະກຽມໃຫ້ແກ່ບັ້ນໂຈມຕີຍຸດທະສາດ ປີ 1972 ໃນສະໜາມຮົບຫວຽດນາມ ແລະສົມທົບກັບສອງປະເທດ ລາວ, ກໍາປູເຈຍ; ບົດບາດຊີ້ນໍາຂອງຄະນະພັກການທະຫານສູນກາງ ໃນການປົກປັກຮັກສາບໍລິເວນຍຸດທະສາດ; ຈຸດດີເດັ່ນກ່ຽວກັບສິລະປະຍຸດການທະຫານຫວຽດນາມ ໃນການກະກຽມ ແລະດໍາເນີນການສູ້ຮົບ; ຈິດໃຈເປັນເຈົ້າການຮ່ວມສໍາພັນສູ້ຮົບກັບກໍາລັງປະກອບອາວຸດປະຕິວັດ ລາວ, ຜັນຂະຫຍາຍການຈັດຕັ້ງບັ້ນຮົບຈັ້ງທ່າ ທົ່ງໄຫຫີນ-ຊຽງຂວາງ...

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ.

ວັນທີ 19 ພຶດສະພາ, ຄະນະຊີ້ນໍາກອງປະຊຸມສໍາມະນາ ໄດ້ຈັດພິທີຖະຫວາຍດອກໄມ້, ທູບທຽນອາໄລຫາປະທານໂຮ່ຈີມິນ ແລະບັນດາວິລະຊົນນັກຮົບເສຍທະຫຼະຊີວິດເພື່ອຊາດ ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ກິມລຽນ (ນາມດ່ານ, ເງະອານ) ແລະສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ. ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາ ມີບັນດາສະຫາຍ ພົນໂທ ເລຮຸຍວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາກອງປະຊຸມສໍາມະນາ; ສະຫາຍ ຖ໊າຍແທັງກຸ໊ຍ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເງະອານ, ຮ່ວມເປັນຫົວໜ້າຄະນະຊີ້ນໍາກອງປະຊຸມສໍາມະນາ; ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ຜູ້ຕາງໜ້າບາງອົງການກະຊວງປ້ອງກັນປະເທດ ແລະບັນດາພະແນກ, ຄະນະ, ຂະແໜງການຂອງແຂວງ ເງະອານ...

ໃນວັນດຽວກັນ, ທ່ານພົນຕີ ຈິ້ງວັນກວຽດ, ຮອງຫົວໜ້າກົມໃຫຍ່ການເມືອງ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ “50 ປີແຫ່ງບັ້ນຮົບຈັ້ງທ່າ ທົ່ງໄຫຫີນ-ຊຽງຂວາງ - ໄຊຊະນະ ແລະບົດຮຽນ” ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບາງຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງເງະອານ. ທ່ານພົນຕີ ຈີ້ງວັນກວຽດ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງທີ່ມີຕໍ່ການອຸທິດສ່ວນ, ການປະກອບສ່ວນຂອງບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ພາລະກິດປະຕິວັດຂອງພັກ ແລະຊາດ; ພ້ອມທັງຫວັງວ່າ ບັນດາຄອບຄົວ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ເປັນແບບຢ່າງປະຕິບັດ ແລະຂົນຂວາຍຍາດຕິພີ່ນ້ອງ, ປະຊາຊົນທ້ອງຖິ່ນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມຂະບວນການຕ່າງໆຢູ່ທ້ອງຖິ່ນ, ເປັນແບບຢ່າງທີ່ດີໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ...

ໂດຍ: ກວຽດເຕິມ