ເຂົ້າຮ່ວມພິທີມອບລາງວັນ ມີພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງເກື່ອງ ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ທີ່ພິທີ, ທ່ານພົນຈັດຕະວາ ຫງວຽນດິ່ງຈ໊ຽນ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ສະແດງຄວາມຕື້ນຕັນໃຈ, ຄວາມເອກອ້າງທະນົງໃຈ ແລະຂອບໃຈພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ທີ່ໄດ້ເຊື່ອໝັ້ນມອບໝາຍໜ້າທີ່ສໍາຄັນນີ້ໃຫ້ກຸ່ມບໍລິສັດ Viettel; ກຸ່ມບໍລິສັດ Viettel ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ມານະພະຍາຍາມ, ອຸທິດເຫື່ອແຮງ, ພູມປັນຍາຢ່າງບໍ່ຢຸດຢັ້ງ, ປະຕິບັດສໍາເລັດທຸກໜ້າທີ່; ສົມເປັນແກ່ນສານຂອງກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ, ປະກອບສ່ວນກໍ່ສ້າງພື້ນຖານອຸດສາຫະກໍາປ້ອງກັນຊາດ ຕາມທິດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັນສະໄໝ, ມີຄຸນປະໂຫຍດສອງຢ່າງ, ກາຍເປັນພາກສ່ວນສໍາຄັນ ແລະເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດ ຕາມເນື້ອໃນຈິດໃຈມະຕິຂອງກົມການເມືອງ ກ່ຽວກັບການກໍ່ສ້າງ, ພັດທະນາອຸດສາຫະກໍາປ້ອງກັນຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍຜູ້ແທນຢ້ຽມຊົມບາງຜະລິດຕະພັນວິທະຍາສາດ ແລະເຕັກໂນໂລຢີໃນຂົງເຂດການທະຫານ, ການປ້ອງກັນຊາດ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ໃນບັນດາໄລຍະການປະຕິວັດ, ພັກ, ລັດເຮົາ ຍາມໃດກໍໃຫ້ຄວາມເອົາໃຈໃສ່ພິເສດຕໍ່ກັບການພັດທະນາວິທະຍາສາດ ແລະເຕັກໂນໂລຢີເວົ້າລວມ, ເວົ້າສະເພາະແມ່ນວິທະຍາສາດ ແລະເຕັກໂນໂລຢີໃນຂົງເຂດການທະຫານ, ການປ້ອງກັນຊາດ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ລັດຖະນະໂຍບາຍແຖວໜ້າ, ຍາມໃດກໍໄປກ່ອນບາດໜຶ່ງ ແລະເປັນໜຶ່ງໃນບັນດາກໍາລັງໜູນສໍາຄັນເພື່ອພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນໃນໄລຍະໃໝ່.

leftcenterrightdel
ທ່ານ ປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍບັນດາສະຫາຍການນໍາ ແລະບຸກຄົນໄດ້ຮັບລາງວັນ. ພາບ: qdnd.vn

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ສອງໂຄງການໃນຂົງເຂດການທະຫານ, ການປ້ອງກັນຊາດຂອງ 49 ລວມໝູ່ທີ່ໄດ້ຮັບລາງວັນໂຮ່ຈີມິນ ໃນຄັ້ງນີ້ ແມ່ນມີຄຸນຄ່າອັນໃຫຍ່ຫຼວງພິເສດ. ນີ້ແມ່ນການຮັບຮູ້, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຕໍ່ຜົນງານຂອງບັນດານັກວິທະຍາສາດການທະຫານຫວຽດນາມ ທີ່ໄດ້ອອກເຫື່ອເທແຮງຄົ້ນຄວ້າໃນຫ້ອງທົດລອງ, ໂຮງງານ ແລະທັງຢູ່ບ່ອນປະເຊີນໜ້າກັບຄວາມຫຍຸ້ງຍາກອັນຕະລາຍທີ່ສຸດຂອງປະເທດຊາດ ເພື່ອບັນລຸໄດ້ຜົນງານດ້ານວິທະຍາສາດ ແລະເຕັກໂນໂລຢີທີ່ພົ້ນເດັ່ນ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ພ້ອມທັງຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ເປັນຢ່າງດີ.

ໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບໂລໂກຮູບພາບປະທານໂຮ່ຈີມິນ ໃຫ້ບຸກຄົນຜູ້ໄດ້ຮັບລາງວັນ ດ້ວຍຄວາມປາດຖະໜາວ່າ ບັນດານັກວິທະຍາສາດ ຈະສູ້ຊົນຮໍ່າຮຽນ ແລະປະຕິບັດຕາມແບບຢ່າງຂອງ ເພິ່ນ ຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນ, ອຸທິດສ່ວນຫຼາຍກວ່າອີກໃຫ້ແກ່ປະເທດ.

ໂດຍ: ໄຊຊະນະ