leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ເລືອງເກື່ອງ ໂອ້ລົມກັບບັນດາຜູ້ແທນເຂົ້າຮ່ວມລາຍການ. ພາບ: qdnd.vn.

ປີ 2021, ໃນສະພາບການປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ, ໄດ້ຮັບຜົນສະທ້ອນຫຼາຍຢ່າງຈາກພະຍາດໂຄວິດ-19, ແຕ່ດ້ວຍຄວາມຄາດຫວັງ ຢາກອຸທິດສ່ວນ, ຊາວໜຸ່ມກອງທັບ ໄດ້ກໍານົດແຈ້ງບົດບາດ, ຄວາມຮັບຜິດຊອບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ຄົ້ນຄວ້າປະສິດສ້າງຫຼາຍໂຄງການດີເດັ່ນ ເພື່ອເຂົ້າຮ່ວມການແຂ່ງຂັນຊີງລາງວັນໄວໜຸ່ມປະດິດສ້າງ ໃນກອງທັບ ຄັ້ງທີ 22, ດ້ວຍ 686 ໂຄງການຂອງ 39 ອົງການ, ກົມກອງ. ບັນດາໂຄງການສ່ວນຫຼາຍມີຄຸນນະພາບດີ, ມີປະສິດທິຜົນແທດຈິງດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ. ເນື້ອໃນການຄົ້ນຄວ້າຕິດພັນກັບໜ້າທີ່ຕົວຈິງຂອງກົມກອງ, ມີຄວາມສາມາດພັດທະນາ ແລະໝູນໃຊ້ໃນພຶດຕິກຳຕົວຈິງ, ເປັນຕົ້ນແມ່ນໃນການຝຶກແອບ, ກຽມພ້ອມສູ້ຮົບ, ການສຶກສາ-ກໍ່ສ້າງ, ການເກັບຮັກສາອາວຸດ, ຍຸດໂທປະກອນ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ເລືອງເກື່ອງ ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ບັນດາໝູ່ຄະນະທີ່ມີຜົນງານດີເດັ່ນໃນການຈັດຕັ້ງ, ເຂົ້າຮ່ວມການແຂ່ງຂັນຊີງລາງວັນ. ພາບ: qdnd.vn.

ໃນລາຍການ, ມີ 16 ໝູ່ຄະນະ ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຍ້ອນມີຜົນງານດີເດັ່ນໃນການຈັດຕັ້ງ, ເຂົ້າຮ່ວມການແຂ່ງຂັນຊີງລາງວັນ. ຫົວໜ້າກົມໃຫຍ່ການເມືອງ ມອບໃບຢັ້ງຢືນໃຫ້ 354 ໂຄງການ ດ້ວຍລາງວັນທີໜຶ່ງ 24 ລາງວັນ, ລາງວັນທີສອງ 58 ລາງວັນ,  ລາງວັນທີສາມ 110 ລາງວັນ,  ລາງວັນຊົມເຊີຍ 162 ລາງວັນ. ສູນກາງຊາວໜຸ່ມ ມອບກາໝາຍໄວໜຸ່ມປະດິດສ້າງ ໃຫ້ບັນດາຊາວໜຸ່ມໄດ້ຮັບລາງວັນທີໜຶ່ງ.

ໂດຍ: ທູຈາງ