ຕອນເຊົ້າວັນທີ 16 ພຶດສະພາ, ຕາມເວລາທ້ອງຖິ່ນ, ທີ່ສໍານັກງານ ສປຊ ຢູ່ນະຄອນນິວຢອກ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານພົນເອກ Birame Diop ທີ່ປຶກສາດ້ານການທະຫານ, ຜູ້ຊ່ວຍວຽກ ເລຂາທິການໃຫຍ່ ສປຊ.

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ແລະທ່ານພົນເອກ Birame Diop. ພາບ: qdnd.vn

ທີ່ການພົບປະ, ທ່ານພົນໂທ ຟ້າມຮວ່າຍນາມ ຂອບໃຈ ສປຊ ທີ່ໄດ້ເລືອກເຟັ້ນ ແລະໜູນຊ່ວຍຫວຽດນາມ ຜັນຂະຫຍາຍໂຮງໝໍສະໜາມຂັ້ນ 2 ເລກ 4 ແລະກອງຊ່າງແສງເລກ 1 ຢູ່ ຊູດັງໃຕ້, ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ ສປຊ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຫວຽດນາມ ຜັນຂະຫຍາຍກໍາລັງແພດທະຫານ ແລະຊ່າງແສງ ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບທີ່ເໝາະສົມຂອງ ສປຊ, ກໍ່ຄືອອກສະໝັກເລືອກຕັ້ງໃຫ້ດຳລົງຕໍາແໜ່ງສູງຢູ່ບັນດາຄະນະປະຕິບັດງານ ແລະສໍານັກງານ ສປຊ. ທ່ານພົນໂທ ຟ້າມຮວ່າຍນາມ ຍັງສະເໜີ ສປຊ ເພີ່ມທະວີເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນ, ໃນນັ້ນບູລິມະສິດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດ; ທ່ານ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ສປຊ.

ສ່ວນທ່ານພົນເອກ Birame Diop ຕີລາຄາສູງເລື່ອງຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ. ພົນທະຫານ ໂດຍຫວຽດນາມ ສົ່ງໄປປະຕິບັດໜ້າທີ່ຂອງ ສປຊ ລ້ວນແຕ່ມີລະດັບຄວາມຮູ້, ມີວິຊາອາຊີບສູງ, ຕອບສະໜອງບັນດາມາດຖານ ເຊິ່ງ ສປຊ ວາງອອກ. ໃນໄລຍະຈະມາເຖິງ, ທ່ານພົນເອກ Birame Diop ຮັບຮູ້ ແລະສະໜັບສະໜູນບັນດາຂໍ້ສະເໜີຂອງຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ກໍາລັງຮັກສາສັນຕິພາບຂອງຫວຽດນາມ ຈະສືບຕໍ່ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ ທໍານຽບຫ້າແຈ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ ປອ Ely Ratner, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ.

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ແລະທ່ານ ປອ Ely Ratner. ພາບ: qdnd.vn

ທີ່ການພົບປະ, ທ່ານ ປອ Ely Ratner ສືບຕໍ່ຢັ້ງຢືນນະໂຍບາຍສະໜັບສະໜູນຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ ແລະວັດທະນາຖາວອນ, ກໍ່ຄືເຄົາລົບລະບອບການເມືອງຂອງຫວຽດນາມ; ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນມີການປ້ອງກັນຊາດ. ສອງຝ່າຍຕີລາຄາສູງຜົນການພົວພັນຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຜ່ານມາ ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຂອງພະຍາດໂຄວິດ-19, ສອດຄ່ອງກັບບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ ແລະບັນດາເນື້ອໃນເຊິ່ງການນໍາສອງປະເທດ, ສອງກະຊວງປ້ອງກັນປະເທດ ໄດ້ເຫັນດີເປັນເອກະພາບ. ສອງຝ່າຍແລກປ່ຽນ ແລະກໍານົດທິດການພົວພັນຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ເຂົ້າໃນບັນດາຂົງເຂດ ຄື ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຮັກສາສັນຕິພາບ ສປຊ, ເສນາຮັກ, ໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພພິບັດ, ຄວາມໝັ້ນຄົງທາງທະເລ...

ທ່ານພົນໂທ ຟ້າມຮວ່າຍນາມ ຕີລາຄາສູງຕໍ່ການສົມທົບຂອງອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍສະກັດກັ້ນ ແລະຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະຖືນີ້ເປັນພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ