ຜ່ານການກວດກາພຶດຕິກຳຕົວຈິງ ແລະຮັບຟັງການນໍາບັນດາກົມກອງ, ທ້ອງຖິ່ນລາຍງານ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຍ້ອງຍໍ, ຕີລາຄາສູງຈິດໃຈເຮັດວຽກຢ່າງຮີບເຮັ່ງຂອງທຸກກໍາລັງ, ເຊິ່ງໄດ້ກະກຽມໃຫ້ແກ່ການພົບປະແລກປ່ຽນຢ່າງລອບຄອບຖີ່ຖ້ວນ. ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ມີຄວາມໝາຍສໍາຄັນ, ສະນັ້ນ, ບັນດາອົງການ, ກົມກອງ, ທ້ອງຖິ່ນທີ່ກ່ຽວຂ້ອງຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອສໍາເລັດວຽກທີ່ຍັງເຫຼືອໂດຍໄວ, ຮັບປະກັນຄວາມສະຫງ່າຜ່າເຜີຍ, ລອບຄອບ, ພ້ອມທັງຍູ້ແຮງວຽກງານໂຄສະນາ ກໍ່ຄືການສົມທົບກັນກັບບັນດາກໍາລັງຂອງປະເທດເພື່ອນມິດກໍາປູເຈຍ ເພື່ອກະກຽມໃຫ້ລອບຄອບ, ຝຶກແອບບັນດາເນື້ອໃນລາຍການພົບປະແລກປ່ຽນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ມີຄວາມໝາຍ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ຮັບຟັງການນໍາບັນດາກົມກອງລາຍງານ. ພາບ: ຮ່ົງແອງ.

ທ່ານນາງ ເຈິ່ນເຕ້ວຮ່ຽນ ປະທານຄະນະກໍາມະການປະຊາຊົນແຂວງບິ່ງເຟືອກ ຢັ້ງຢືນວ່າ ຄະນະພັກຂັ້ນ, ອໍານາດການປົກຄອງ, ປະຊາຊົນແຂວງບິ່ງເຟືອກ ຮູ້ສຶກເປັນກຽດເມື່ອໄດ້ຮັບການຄັດເລືອກເປັນສະຖານທີ່ດໍາເນີນເຫດການທີ່ສໍາຄັນນີ້. ດ້ວຍຈິດໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ທ້ອງຖິ່ນຈະພ້ອມກັບບັນດາກໍາລັງມານະພະຍາຍາມປະຕິບັດສໍາເລັດທຸກໜ້າທີ່ເປັນຢ່າງດີ, ປະກອບສ່ວນເຮັດໃຫ້ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ປະສົມຜົນສໍາເລັດຢ່າງຈົບງາມ.

ໂດຍ: ຈາງຫງວຽນ