ເນື້ອໃນຈົດໝາຍມີຕອນຂຽນວ່າ: “ໃນຊຸມປີຜ່ານມາ, ພະນັກງານ, ນັກຮົບປະຕິບັດໜ້າທີ່ປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກຳ, ທະຫານຊາຍແດນ ມີຄວາມສະຫຼາດສະຫຼຽວ, ພິລະອາດຫານ, ປະສານສົມທົບກັບບັນດາກຳລັງກ່ຽວຂ້ອງ, ສ້າງວິລະກຳ ແລະຜົນງານດີເດັ່ນຫຼາຍຢ່າງໃນການປ້ອງກັນ, ຕ້ານອາດຊະຍາກຳຢູ່ເສັ້ນຊາຍແດນ. ພິເສດ, ໃນວັນທີ 21 ພະຈິກ 2021, ທະຫານຊາຍແດນແຂວງກວາງບິ່ງ ໄດ້ຕໍ່ສູ້ຕ້ານຄະດີເລກທີ QB1121p, ມ້າງຄະດີຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາດ, ຈັບເປົ້າໝາຍໄດ້ 2 ຄົນພ້ອມຢາບ້າທີ່ເປັນຂອງກາງກວ່າ 300.000 ເມັດ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.

leftcenterrightdel
ທະຫານຊາຍແດນກວາງບິ່ງ ມອບໃບຍ້ອງຍໍໃຫ້ບັນດາສະມາຊິກທີ່ມ້າງໄດ້ຄະດີຄ້າຂາຍຢາບ້າ 304.000 ເມັດ ຂ້າມຊາຍແດນ. ພາບ: ສຳນັກຂ່າວສານຫວຽດນາມ.

ວິລະກຳຂອງບັນດາສະຫາຍໄດ້ສະແດງໃຫ້ເຫັນຈິດໃຈກ້າຫານ, ເຈດຈຳນົງຕັດສິນໃຈສູງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ເສີມຂະຫຍາຍກຳລັງແຮງສັງລວມຂອງບັນດາກຳລັງໃນການຕໍ່ສູ້ຕ້ານອາດຊະຍາກຳ, ປະກອບສ່ວນປົກປັກຮັກສາອະທິປະໄຕຜືນແຜ່ນອັນຄົບຖ້ວນ, ຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ, ເພີ່ມພູນຄູນສ້າງຮູບພາບທະຫານລຸງໂຮ່, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນຕໍ່ກັບກອງທັບປະຊາຊົນຫວຽດນາມ”.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍຜົນງານດີເດັ່ນຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງກວາງບິ່ງ; ພ້ອມທັງຊີ້ນຳວ່າ ໃນໄລຍະຈະມາເຖິງພະນັກງານ, ນັກຮົບທະຫານຊາຍແດນເວົ້າລວມ, ທະຫານຊາຍແດນແຂວງກວາງບິ່ງ ເວົ້າສະເພາະ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງກ່ຽວຂ້ອງ, ເຮັດວຽກງານກຳແໜ້ນສະພາບການ, ຄຸ້ມຄອງບໍລິເວນເປັນຢ່າງດີ, ສ້າງວິລະກຳໃຫ້ໄດ້ຫຼາຍຢ່າງ, ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆຢູ່ເສັ້ນຊາຍແດນໃຫ້ມີປະສິດທິຜົນ, ຮັກສາການດຳລົງຊີວິດແຫ່ງຄວາມສະຫງົບສຸກໃຫ້ປະຊາຊົນ.

ໂດຍ: ແສງເດືອນ