ເສີມຂະຫຍາຍມູນເຊື້ອແມ່ນກົມກອງໄດ້ຮັບນາມມະຍົດວິລະຊົນສອງເທື່ອ, ນັກຂ່າວໜັງສືພິມກອງທັບປະຊາຊົນໃນປະຈຸບັນໝັ້ນໝາຍຈະສືບທອດມູນເຊື້ອຂອງຮຸ້ນພໍ່ຮຸ້ນອ້າຍ, ຍາມໃດກໍ່ຮັກສາຄຸນນະທາດຂອງນັກຂ່າວ-ນັກຮົບ. ພວກຂ້າພະເຈົ້າຍາມໃດກໍ່ມີໜ້າໃນທຸກເຫດການການເມືອງ, ການທະຫານ, ສັງຄົມ..., ປະຕິບັດສໍາເລັດໜ້າທີ່, ໃນທຸກສະພາບການ, ທຸກເວລາຢ່າງຈົບງາມ. ໜັງສືພິມກອງທັບປະຊາຊົນອອນລາຍຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການດຳເນີນວິຊາການຂອງນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ບັນດາເຫດການສໍາຄັນຍິ່ງ, ຈຸດເວລາປະທັບໃຈໃນໄລຍະຜ່ານມາ.

leftcenterrightdel
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ດຳເນີນວິຊາການທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ພາບ: qdnd.vn.
leftcenterrightdel
ນັກຂ່າວ ຫງວຽນຊວນເກື່ອງ ແລະນັກຂ່າວ ເລຮຸ່ງຄວາ ເຮັດວຽກຢູ່ບ່ອນຄວບຄຸມປ້ອງກັນ, ຕ້ານພະຍາດຢູ່ຂົວດົ່ງນາຍ, ປະຕູເຂົ້າອອກທາງທິດເໜືອນະຄອນໂຮ່ຈີມິນ. ພາບ: qdnd.vn.
leftcenterrightdel
ນັກຂ່າວ ຈິ້ງວັນຢຸ້ງ ແລະນັກຂ່າວ ຫງວຽນດິ່ງຮຸ່ງ ໂຄສະນາກ່ຽວກັບ Army Games 2021 ຢູ່ສະຫະພັນລັດເຊຍ. ພາບ: qdnd.vn.
leftcenterrightdel
ນັກຂ່າວ ຫງວຽນແມ້ງຖັ໊ງ ເຮັດວຽກຢູ່ເຂດຈຳກັດບໍລິເວນພິເສດທີ່ແຂວງບັກຢາງ. ພາບ: qdnd.vn.

ໂດຍ: ຈາງຫງວຽນ