leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືທີ່ບັນລຸໄດ້ນັບແຕ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ສ.ເກົາຫຼີ ຄັ້ງທີ 8 (ປີ 2019) ໃນທຸກໆຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງພະນັກງານ, ຄວາມໝັ້ນຄົງທາງທະເລ,  ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ສອງຝ່າຍເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ຮັກສາ ແລະເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ໃນນັ້ນສຸມໃສ່ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມໝັ້ນຄົງທາງທະເລ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນກົນໄກຮ່ວມມືໂດຍອາຊຽນ ນຳພາ...

ໂດຍ: ທະນາພອນ