ກະຊວງປ້ອງກັນປະເທດ ມອບຂອງຂວັນໜູນຊ່ວຍນະຄອນໂຮ່ຈີມິນ
ກປ.ອອນໄລ - ຕອນເຊົ້າວັນທີ 12 ກັນຍາ, ໂດຍປະຕິບັດຕາມການຊີ້ນໍາຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານນະຄອນໂຮ່ຈີມິນ ໄດ້ຈັດພິທີມອບຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອໜູນຊ່ວຍປະຊາຊົນນະຄອນໂຮ່ຈີມິນ ທີ່ປະສົບຄວາມຫຍຸ້ງຍາກ ຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19. ເຂົ້າຮ່ວມພິທີມີທ່ານພົນຕີ ໂງມິງຕ໊ຽນ ຮອງຫົວໜ້າກົມໃຫຍ່ເສນາທິການ; ທ່ານພົນຕີ ຫງວຽນວັນນາມ ຜູ້ບັນຊາການທະຫານນະຄອນໂຮ່ຈີມິນ.
    |
 |
ທ່ານພົນຕີ ໂງມິງຕ໊ຽນ ມອບຂອງຂວັນໜູນຊ່ວຍປະຊາຊົນເມືອງ 8. ພາບ: ເກື່ອງຄວາ. |
ໃນການຊ່ວຍເຫຼືອຄັ້ງນີ້, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ມອບຂອງຂວັນໜູນຊ່ວຍນະຄອນໂຮ່ຈີມິນ ຈໍານວນ 100.000 ພູດ (ແຕ່ລະພູດລວມມີ: ເຂົ້າສານ 10 ກິໂລກຣາມ ແລະອາຫານແຫ້ງ, ໝີ່ສໍາເລັດຮູບ, ປາກະປ໋ອງ, ຊີ້ນກະປ໋ອງ, ໄຂ່ ແລະສະບຽງອາຫານທີ່ຈໍາເປັນຈໍານວນໜຶ່ງອີກດ້ວຍ. ປະຕິບັດລາຍການ, ກອງບັນຊາການທະຫານນະຄອນ ໂຮ່ຈີມິນ ຈະແບ່ງປັນຂອງຂວັນໃຫ້ກອງບັນຊາການທະຫານຂອງ 21 ເມືອງ ແລະນະຄອນຖູດຶກ ເພື່ຶອມອບໃຫ້ຄອບຄົວປະສົບຄວາມຫຍຸ້ງຍາກຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19.
ກ່າວຄໍາເຫັນທີ່ພິທີ, ທ່ານພົນຕີ ໂງມິງຕ໊ຽນ ຮຽກຮ້ອງໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດນະຄອນສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ, ອົງການ, ພະແນກການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງທ້ອງຖິ່ນ ເພື່ອຂົນສົ່ງ, ມອບຂອງຂວັນຂອງກະຊວງປ້ອງກັນປະເທດໃຫ້ປະຊາຊົນໄວທີ່ສຸດ, ຮັບປະກັນໃຫ້ຄົບຖ້ວນ ແລະຖືກເປົ້າໝາຍ...
ໂດຍ: ໄຊຊະນະ