ວັນທີ 28 ກໍລະກົດ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 28-29 ກໍລະກົດ. ການຢ້ຽມຢາມຕາມຄໍາເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ທ່ານ Lloyd Austin ເປັນເຈົ້າໜ້າທີ່ອາວຸໂສຂອງອໍານາດການປົກຄອງຂອງທ່ານ Joe Biden ປະທານາທິບໍດີອາເມລິກາ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຈົນຮອດຈຸດເວລານີ້.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານພິທີຕ້ອນຮັບທ່ານ Lloyd Austin ຢ່າງເປັນທາງການຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ ໃນຕອນເຊົ້າວັນທີ 29 ກໍລະກົດ. ພາບ: qdnd.vn.

ຕາມທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ແລ້ວ, ການຢ້ຽມຢາມຫວຽດນາມ ຂອງທ່ານ Lloyd Austin ຈະສືບຕໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ແລະກອງທັບສອງປະເທດ, ຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມລະຫວ່າງສອງກະຊວງປ້ອງກັນປະເທດ ແລະຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ, ປະກອບສ່ວນເຂົ້າໃນຂອບເຂດຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ Lloyd Austin ຈະມີການພົບປະກັບທ່ານ ຟ້າມມິນຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.

ໂດຍ: ຈາງຫງວຽນ